ພິທີລົງນາມ (ພາບ: Yonhap) |
ວັນທີ 20 ພະຈິກ, ສປປ.ເກົາຫຼີ ແລະ ລັດເຊຍ ໄດ້ລົງນາມໃນອະນຸສັນຍາກ່ຽວກັບການເປີດກວ້າງການຮ່ວມມືພາຍຫຼັງຈັດກອງປະຊຸມຄັ້ງທີ 11 ຂອງຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືດ້ານການຄ້າ, ເສດຖະກິດ, ວິທະຍາສາດ ແລະ ເຕັກໂນໂລຢີ. ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໃຫ້ຂ່າວວ່າ ທ່ານລັດຖະມົນຕີກະຊວງເສດຖະກິດຕ່າງປະເທດຂອງ ສປປ. ເກົາຫຼີ Yun Jong Ho ແລະ ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ຂອງ ລັດເຊຍ Alexander Kozlov ໄດ້ລົງນາມໃນອະນຸສັນຍາສະບັບນີ້ ໃນສະພາບການ ມົດສະກູ ແລະ ພຽງຢາງ ພວມຊຸກຍູ້ການພົວພັນຄູ່ຮ່ວມມືສອງຝ່າຍ, ລວມທັງການຮ່ວມມືດ້ານການຄ້າ. ຂໍ້ຕົກລົງຮຽກຮ້ອງໃຫ້ ຈັດຖ້ຽວບິນໂດຍກົງຈາກບັນດາເຂດທາງທິດຕາເວັນອອກຂອງ ລັດເຊຍ ແລະ ບັນດານະຄອນໃຫຍ່ຂອງປະເທດ ໄປຍັງ ລັດເຊຍ.

