ສະພາບການຢູ່ເມືອງ Nurgal, ແຂວງ Kunar, ອາບການິດສະຖານ ພາຍຫຼັງເຫດແຜ່ນດິນໄຫວ ໃນວັນທີ 1/9/2025 (ພາບ: TTXVN) |
ວັນທີ 02 ກັນຍາ, ທ່ານ Indrika Ratwatte, ຜູ້ປະສານງານມະນຸດສະທຳຂອງ ສປຊ ປະຈໍາ ອາບການິດສະຖານ ໄດ້ຍົກອອກຂໍ້ສັງເກດດັ່ງກ່າວ ເມື່ອຕອບສຳພາດຕໍ່ສື່ມວນຊົນຈາກ Kabul. ພ້ອມດຽວກັນນັ້ນ, ທ່ານກໍກ່າວເຕືອນວ່າ ຈຳນວນຜູ້ເສຍຊີວິດໃນເຫດແຜ່ນດິນໄຫວນີ້ ອາດຈະເພີ່ມຂຶ້ນ “ແບບທະວີຄູນ”.
ມີຜູ້ເສຍຊີວິດຫຼາຍກວ່າ 1.400 ຄົນ, ຜູ້ບາດເຈັບ 3.200 ຄົນ ແລະ ເຮືອນ 8.000 ຫຼັງຖືກພັງທະລາຍໃນເຫດແຜ່ນດິນໄຫວທີ່ມີຄວາມແຮງ 6.0 ຣິກເຕີຢູ່ບັນດາເຂດຫ່າງໄກສອກຫຼີກຢູ່ບັນດາແຂວງເຂດພູດອຍ ອາບການິດສະຖານ ຕິດກັບຊາຍແດນ ປາກິດສະຖານ ໃນຕອນກາງຄືນວັນທີ 31 ສິງຫາ (ຕາມເວລາທ້ອງຖິ່ນ).
ຕາມອົງການສຳຫຼວດທໍລະນີສາດ ອາເມລິກາ (USGS) ແລ້ວ, ຈຸດໃຈກາງຂອງເຫດແຜ່ນດິນໄຫວນີ້ຫ່າງຈາກນະຄອນ Jalalabad 27 ກິໂລແມັດ.

