ພາບປະກອບ: Getty Images/TTXVN |
ດ້ວຍບັດສະໜັບສະໜູນ 390 ບັດ, ບັດຄ້ານ 135 ບັດ ແລະ ບັດຂາວ 52 ບັດ. ວັນທີ 28 ພະຈິກ, ລັດຖະສະພາ ເອີລົບ ໄດ້ຮັບຮອງເອົາມະຕິຢູ່ Strasbourg ເຊິ່ງຮຽກຮ້ອງການເພີ່ມທະວີການໜູນຊວ່ຍດ້ານການທະຫານຂອງ ສະຫະພາບເອີລົບ (EU) ໃຫ້ແກ່ຢູແກຼນ. ມະຕິຍົກໃຫ້ເຫັນຢ່າງຈະແຈ້ງວ່າ ທຸກໆປະເທດສະມາຊິກ EU ແລະ ສຳພັນທະມິດໃນອົງການສົນທິສັນຍາອັດລັງຕິກເໜືອ (NATO) ຄວນມີຄຳໝັ້ນສັນຍາໜູນຊ່ວຍດ້ານການທະຫານໃຫ້ແກ່ຢູແກຼນ, ດ້ວຍລະດັບບໍ່ຕ່ຳກ່ວາ 0,25% ຍອດຜະລິດຕະພັນພາຍໃນປະເທດ (GDP) ປະຈຳປີ. ລັດຖະສະພາເອີລົບ ກໍ່ຮຽກຮ້ອງໃຫ້ EU ແລະ ບັນດາປະເທດສະມາຊິກ ເພີ່ມທະວີການໜູນຊ່ວຍດ້ານການທະຫານໃຫ້ແກ່ຢູແກຼນຫຼາຍກ່ວາອີກ, ລວມມີການສະໜອງເຮືອບິນ, ອາວຸດໄລຍະໄກ, ລູກປຶນ, ບັນດາຫຼັກສູດບຳລຸງສ້າງໃຫ້ແກ່ກຳລັງກອງທັບ ຢູແກຼນ. ບັນດາສະມາຊິກລັດຖະສະພາເອີລົບ ກໍ່ສະແດງຄວາມຊົມເຊີຍຕໍ່ການຕັດສິນຂອງທ່ານປະທານາທິບໍດີ ອາເມລິກາ Joe Biden ໂດຍອະນຸຍາດ ຢູແກຼນ ນຳໃຊ້ລະບົບລູກສອນໄຟທີ່ກ້າວໜ້າບຸກໂຈມຕີບັນດາເປົ້າໝາຍທະຫານຢູ່ເລິກໃນດິນແດນລັດເຊຍ ແລະ ຮຽກຮ້ອງ EU ແລະ ບັນດາປະເທດສະມາຊິກນຳໃຊ້ບັນດາມາດຕະການທີ່ຄ້າຍຄືກັນ. ຕໍ່ກັບການສະໜັບສະໜູນດ້ານການທະຫານຂອງບັນດາປະເທດຝ່າຍຕາເວັນຕົກ ສະຫງວນໃຫ້ ຢູແກຼນ ຝ່າຍລັດເຊຍ ໄດ້ເນັ້ນໜັກເປັນຫຼາຍຄັ້ງວ່າ ບັນດາການກະທຳດັ່ງກ່າວຈະບໍ່ເຮັດໃຫ້ປ່ຽນແປງສະພາບການໃນບັ້ນຮົບ ແລະ ພຽງແຕ່ຈະເຮັດໃຫ້ແກ່ຍາວການປະທະກັນນີ້ເທົ່ານັ້ນ.

