ທ່ານ ຟ້າມເຈື່ອງຢາງ ເອກອັກຄະລັດຖະທູດ ຫວຽດນາມ ແລະ ທ່ານລັດຖະມົນຕີການຕ່າງປະເທດ ສະໂລວາກີ Juraj Blanar |
ທີ່ການເຮັດວຽກ, ທ່ານເອກອັກຄະລັດຖະທູດ ຟ້າມເຈື່ອງຢາງ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືໃນຫຼາຍດ້ານກັບ ສະໂລວາກີ. ທ່ານເອກອັກຄະລັດຖະທູດ ກໍ່ຂໍສະແດງຄວາມຍິນດີຕໍ່ເລື່ອງອຳນາດການປົກຄອງປະເທດປະຈຳຖິ່ນຢັ້ງຢືນປະຊາຄົມຊາວຫວຽດນາມອາໄສຢູ່ ສະໂລວາກີແມ່ນຊົນເຜົ່າສ່ວນໜ້ອຍທີ 14, ທ່ານປາດຖະໜາຢາກໃຫ້ ສະໂລວາກີສືບຕໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຄົມຊາວຫວຽດນາມເຊື່ອມຕົວ, ພັດທະນາ, ພ້ອມທັງເປັນຂົວເຊື່ອມຕໍ່ໃນການຊຸກຍູ້ການພົວພັນມິດຕະພາບລະຫວ່າງສອງປະເທດໃຫ້ໝັ້ນແກ່ນ.
ສ່ວນທ່ານ ລັດຖະມົນຕີ Juraj Blanar ຢັ້ງຢືນວ່າ ສະໂລວາກີຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຢູ່ ອາຊີ. ສະໂລວາກີປາດຖະໜາຢາກສືບຕໍ່ຮ່ວມມືກັບ ຫວຽດນາມ ໃນການສະໜັບສະໜູນອອກສະໝັກຮັບເລືອກຕັ້ງດຳລົງໃນບັນດາກົນໄກສາກົນຄື: ສະພາສິດທິມະນຸດ, ອົງການພະລັງງານປະລາມານູສາກົນ.

