ຂອງກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດ ຊຸດທີ XV (ພາບ: quochoi.vn) |
ຫຼັງຈາກນັ້ນ, ສະພາແຫ່ງຊາດປຶກສາຫາລືຢູ່ທີ່ສະໂມສອນກ່ຽວກັບຮ່າງກົດໝາຍວ່າດ້ວຍອາກອນລາຍຮັບວິສາຫະກິດ (ສະບັບປັບປຸງ). ບັນດາສະມາຊິກສະພາແຫ່ງຊາດສະເໜີໃຫ້ບຸລິມະສິດໃນການເກັບອາກອນສຳລັບອົງການສື່ມວນຊົນເພື່ອສົ່ງເສີມການປະຕິບັດໜ້າທີ່ການເມືອງ, ແນໃສ່ພັດທະນາເສດຖະກິດ ແລະ ສັງຄົມເປັນປົກກະຕິ.
ບັນດາສະມາຊິກສະພາແຫ່ງຊາດໄດ້ສຸມໃສ່ສະເໜີອັດຕາເກັບອາກອນວິສາຫະກິດສຳລັບອົງການສື່ມວນຊົນ ເພາະວ່າ ບັນດາອົງການເຫຼົ່ານີ້ຮັບໃຊ້ໜ້າທີ່ການເມືອງ ແທນເປັນສ່ວນໃຫຍ່ ບໍ່ແມ່ນເພື່ອນການດຳເນີນທຸລະກິດ. ການຈັດວາງອັດຕາອາກອນລາຍຮັບວິສາຫະກິດ 20% ສຳລັບບັນດາບ້ວງລາຍຮັບນອກໜ້າທີ່ຕົ້ນຕໍ, ຄື: ໂຄສະນາ, ຈັດເຫດການຕ່າງໆ… ໄດ້ກໍ່ກຳລັງດັນຢ່າງໃຫຍ່ຫຼວງຕໍ່ບັນດາອົງການສື່ມວນຊົນ.
ຕອນບ່າຍວັນທີ 28 ພະຈິກ, ສະພາແຫ່ງຊາດ ໄດ້ປຶກສາຫາລືຢູ່ທີ່ຫໍປະຊຸມກ່ຽວກັບຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍມາດຕະຖານເຕັກນິກ ແລະ ຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການຫຼຸດຜ່ອນອາກອນມູນຄ່າເພີ່ມ ແລະ ສືບຕໍ່ວຽກງານບຸກຄະລາກອນ.

