ທ່ານ ຫົວໜ້າອົງການໄອຍະການປະຊາຊົນສູງສຸດສະເໜີ ໃບສະເໜີ (ພາບ: daibieunhandan.vn)

ໂດຍສືບຕໍ່ໂຄງການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຊຸດທີ XV ຕອນເຊົ້າວັນທີ 20 ພຶດສະພາ, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດໄດ້ປຶກສາຫາລື ຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍວິສາຫະກິດ. ໃນຕອນເຊົ້າຂອງວັນທີ 20 ພຶດສະພາ, ທ່ານລັດຖະມົນຕີກະຊວງຕຳຫຼວດ ໄດ້ຮັບການມອບສິດຂອງນາຍົກລັດຖະມົນຕີ ສະເໜີໃບສະເໜີຮ່າງກົດໝາຍ ອາຍາ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດສະເໜີ ໃບສະເໜີຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຮ້ອງທຸກຮ້ອງຟ້ອງ ທາງອາຍາ. ຜູ້ວ່າການທະນາຄານແຫ່ງລັດ ໄດ້ຮັບການມອບສິດຈາກນາຍົກລັດຖະມົນຕີ ສະເໜີຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ.

ທີ່ກອງປະຊຸມ, ບັນດາສະມາຊິກສະພາແຫ່ງຊາດໄດ້ຖືວ່າການປັບປຸງກົດໝາຍສະບັບນີ້ສວມບົດບາດຫຼັກແຫຼ່ງໃນການສ້າງກຳລັງໜູນໃໝ່, ໜູນຊ່ວຍວິສາຫະກິດ ແລະ ປະຊາຊົນໄດ້ສຳຜັດກັບສິນເຊື່ອ ດ້ວຍຄ່າໃຊ້ຈ່າຍທີ່ສົມເຫດສົມຜົນ. ການປັບປຸງກົດໝາຍແມ່ນເພື່ອຍົກສູງປະສິດທິຜົນ, ປະທິດສິພາບໃນການແກ້ໄຂໜີທວງຍາກ, ປະກອບສ່ວນເຂົ້າໃນການລຸລ່ວງແຫຼ່ງເງິນລົງທຶນ, ຍົກສູງລະດັບຄວາມປອດໄພ ຂອງລະບົບບັນດາອົງການສິນເຊື່ອ.