ວັນທີ 20 ເມສາ, ຢູ່ຮ່າໂນ້ຍ ກອງປະຊຸມຄັ້ງປະຖົມມະລຶກທີ 2, ສະພາແຫ່ງຊາດຊຸດທີ XVI ເລີ່ມເຮັດວຽກ. ໃນຕອນເຊົ້າ, ກອງປະຊຸມໄດ້ຮັບຟັງຄຳສະເໜີ, ບົດລາຍງານວ່າດ້ວຍການສືບສວນ ແລະ ປຶກສາຫາລືຢູ່ຕາມກຸ່ມກ່ຽວກັບ: ຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບກົນໄກ, ນະໂຍບາຍບຸກທະລຸພັດທະນາວັດທະນະທຳຫວຽດນາມ ຈຳນວນໜຶ່ງ, ການສ້າງຕັ້ງນະຄອນດົ່ງນາຍຂຶ້ນກັບສູນກາງ, ຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການປະຕິບັດທົດລອງກົນໄກທະນາຍຄວາມພາກລັດ. ຕອນບ່າຍ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບໝາກຜົນຂອງການປະຕິບັດແຜນການພັດທະນາເສດຖະກິດ, ສັງຄົມ ແລະ ງົບປະມານແຫ່ງລັດ ປີ 2025 ແລະ ສະພາບປະຕິບັດໃນຊຸມເດືອນຕົ້ນປີ 2026, ແຜນການພັດທະນາເສດຖະກິດ ສັງຄົມ ໄລຍະ 2026 – 2030, ວຽກງານປະຢັດ, ຕ້ານການຟູມເຟືອຍປີ 2025.
