ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນເຊົ້າວັນທີ 5 ທັນວາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງລັດບັນດາໂຄງການ, ກິດຈະການສຳຄັນແຫ່ງຊາດ, ມີຈຸດສຸມຂອງຂະແໜງຄົມມະນາຄົມແລະຂົນສົ່ງເປັນເຈົ້າພາບຈັດຕັ້ງກອງປະຊຸມຄະນະປະຈຳລັດຖະບານ ກັບກະຊວງຄົມມະນາຄົມແລະຂົນສົ່ງ, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ, ນະຄອນ ໂຮ່ຈີມິນ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງກ່ຽວກັບແຜນການລະບົບເສັ້ນທາງລົດໄຟໃນຕົວເມືອງ ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ. ສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃນວິວັດການກໍ່ສ້າງແຜນການຕ້ອງມີຈິນຕະນາການບຸກທະລຸ, ມີວິໄສທັດຍຸດທະສາ, ຍາວນານ, ມີພື້ນຖານ, ທັນສະໄມ, ສັງລວມ, ກວມລວມ, ນຳມາເຊິ່ງປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າ ການສ້າງເສັ້ນທາງລົດໄຟໃນຕົວເມືອງຕ້ອງເລືອກເອົາເຕັກໂນໂລຢີທີ່ທັນສະໄໝ, ເໝາະສົມກັບເງື່ອນໄຂຫວຽດນາມ; ຫັນບັນດາແຫຼ່ງກຳລັງເປັນຫຼາຍຮູບແບບ ລວມມີແຫຼ່ງກຳລັງພາກລັດ, ແຫຼ່ງກຳລັງພາກເອກະຊົນ, ກູ້ຢຶມທຶນ, ການຮ່ວມມືລະຫວ່າງ ພາກລັດ - ພາກເອກະຊົນ, ສະຫງວນແຫຼ່ງກຳລັງ, ສຸມໃສ່ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດຮັບໃຊ້ການພັດທະນາອຸດສາຫະກຳເສັ້ນທາງລົດໄຟ.