ການມອບຂອງຂວັນໃຫ້ແກ່ບັນດາຜູ້ແທນ (ພາບ: TTXVN )

ວັນທີ 2 ມີນາ, ຢູ່ນະຄອນ Incheon, ສ.ເກົາຫຼີ ດ້ວຍການໜູນຊ່ວຍຈາກສະຖານທູດ ຫວຽດນາມ, ຄະນະກຳມະການປະຊາຊົນແຂວງບັກຢາງ, ສະມາຄົມ ຜູ້ຄົນບ້ານດຽວກັນຢູ່ ບັກຢາງ ພວມດຳລົງຊີວິດຢູ່ເກົາຫຼີ ໄດ້ຈັດການພົບປະຍາມຕົ້ນລະດູບານໃໝ່ 2025 ດ້ວຍການເຂົ້າຮ່ວມຂອງພໍ່ແມ່ປະຊາຊົນ ຄົນບ້ານດຽວກັນ ຢູ່ ບັກຢາງ, ຜູ້ຕາງໜ້າບັນດາສຳນັກງານ, ອົງການຈັດຕັ້ງຊາວຫວຽດນາມ ແລະ ສ.ເກົາຫຼີ ພ້ອມກັບບັນດາຜູ້ອຸປະຖຳໃນປະຊາຄົມ.

ເຖິງວ່າໄດ້ຮັບການກໍ່ສ້າງແຕ່ວັນທີ 31 ມີນາ ປີ 2024 ແຕ່ດ້ວຍຄວາມສາມັກຄີ, ຄວາມສະໜິດຕິດພັນ ແລະ ຈິດໃຈຊ່ວຍເຫຼືອເຊິ່ງກັນແລະກັນ ຂອງພໍ່ແມ່ປະຊາຊົນຄົນບ້ານດຽວກັນຢູ່ບັກຢາງ, ສະມາຄົມໄດ້ມີຫຼາຍການເຄື່ອນໄຫວຊ່ວຍເຫຼືອພໍ່ແມ່ປະຊາຊົນມີຊີວິດການເປັນຢູ່ ຢູ່ສ.ເກົາຫຼີເປັນປົກກະຕິ, ຊ່ວຍເຫຼືອຄົນປະສົບກັບຄວາມຫຍຸ້ງຍາກ ແລະ ປະກອບເງິນເພື່ອສະໜັບສະໜູນ13 ຄອບຄົວແກ້ໄຂຜົນຮ້ານທີ່ຕາມມາຂອງພາຍຸ Yagi ຢ່າງທັນການ.ັ້