![]() |
ຕອນເຊົ້າວັນທີ 2 ພຶດສະພານີ້, ທ່ານ ລັດຖະມົນຕີກະຊວງບັນດາບັນຫາລັດຖະສະພາ ແລະ ເຜົ່າສ່ວນໜ້ອຍ ອິນເດຍ Kandula Durgesh ແລະ ທ່ານລັດຖະມົນຕີວ່າການກະຊວງການທ່ອງທ່ຽວ ແລະ ວັດທະນະທຳລັດ Andhra Pradesh ພ້ອມດ້ວຍພະສົງທີ່ມີພັນສາສູງ ແລະ ເຈົ້າໜ້າທີ່ຂັ້ນສູງຂອງອິນເດຍ ໄດ້ນຳເອົາສາລິກະທາດພະພຸດທະເຈົ້າມາຮອດນະຄອນໂຮ່ຈິມິນ .
ພິທີສວດມົນພິເສດໄດ້ດຳເນີນຢູ່ສະໜາມບິນພາຍຫຼັງທີ່ສາລິກະທາດພະພຸດທະເຈົ້າມາຮອດ. ຕໍ່ຈາກນັ້ນ ແມ່ນພິທີສວດມົນໂດຍສາດສະດາເປັນປະທານ ແລະ ວິທີວາງສາລິກະທາດພະພຸດທະເຈົ້າດຳເນີນຢູ່ວັດ ແທງເຕີມ, ນະຄອນໂຮ່ຈິມິນ, ແຕ່ວັນທີ 2-7 ພຶດສະພາ, ແລ້ວກໍ່ນຳໄປວາງຢູ່ແຂວງ ໄຕນິງ, ນະຄອຫຼວງຮ່າໂນ້ຍ ແລະ ແຂວງຮ່ານາມ ເຖິງວັນທີ 21ພຶດສະພາ. ສາລິກະທາດພະພຸດທະເຈົ້າ ຖືກນຳມາຈາກເຂດທີ່ສັກສິດ Sarnath ຊຶ່ງແມ່ນແຫ່ງທີ່ພະພຸດທະເຈົ້າໄດ້ສອນສາສະໜາເປັນຄັ້ງທຳອິດ. ສາລິກະທາດພະພຸດທະເຈົ້າມີຄວາມໝາຍ ອັນສັກສິດພິເສດຕໍ່ປະຊາຄົມຊາວພຸດທົ່ວໂລກ ແລະ ນີ້ແມ່ນຄັ້ງທຳອິດທີ່ສາລິກະທາດພະພຸດທະເຈົ້າ ຖືກນຳມາຮອດຫວຽດນາມ.

