ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຟ້າມກວາງຮ້ຽວ ກ່າວຄຳເຫັນທີ່ພິທີ (ພາບ: VOV) |
ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຟ້າມກວາງຮ້ຽວ ຊີ້ແຈ້ງວ່າ ການຮ່ວມມື, ພົວພັນແລກປ່ຽນໃນຂົງເຂດວັດທະນະທຳລະຫວ່າງ ຫວຽດນາມ ແລະ ຍີປຸ່ນ ແມ່ນຊ່ອງທາງດີທີ່ສຸດເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນສອງປະເທດ; ພ້ອມທທັງແມ່ນໜຶ່ງໃນບັນດາປັດໄຈສຳຄັນທີ່ສຸດເພື່ອຫັນ “ການພົວພັນຄູ່ຮ່ວມມືຍຸດທະສາດ” ລະຫວ່າງສອງປະເທດຜ່ານການພົບປະປະຊາຊົນໃຫ້ປະກົດຜົນເປັນຈິງ.
ທີ່ພິທີ, ຄະນະບໍລິຫານງານສະຫະສະມາຄົມ ເປີດຕົວຢ່າງເປັນທາງການ ແລະ ໃຫ້ຄຳໝັ້ນສັນຍາຍົກສູງນ້ຳໃຈສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເພື່ອສ້າງປະຊາຄົມຊາວ ຫວຽດນາມ ຢູ່ ຍີ່ປຸ່ນ ໃຫ້ນັບມື້ນັບເຂັ້ມແຂງ, ຕັ້ງໜ້າປະກອບສ່ວນເຂົ້າໃນການສ້າງນ້ຳໃຈມິດຕະພາບ, ພົບພັນແລກປ່ຽນວັດທະນະທຳລະຫວ່າງສອງຊາດ, ສອງປະເທດ ຫວຽດນາມ - ຍີປຸ່ນ.

