(ພາບ: VOV)

ຕອນເຊົ້າວັນທີ 22 ພະຈິກ, ຢູ່ ຮ່າໂນ້ຍ, ສະຫະພັນແຮງງານ ຫວຽດນາມ ສົມທົບກັບສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ສະພາທິດສະດີສູນກາງ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດແຫ່ງຊາດ “ສ້າງຊົນຊັ້ນກຳມະກອນ ຫວຽດນາມ ທັນສະໄໝ, ໃຫ່ຍໂຕເຂັ້ມແຂງ”.

ກ່າວຄຳເຫັນນະທີ່ນີ້, ທ່ານ ສາດສະດາຈານ, ປ.ອ ຫງວຽນຊັວນທັງ, ຫົວໜ້າ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານ ສະພາທິດສະດີສູນກາງ ໄດ້ເນັ້ນໜັກວ່າ ພື້ນຖານຜະລິດອຸດສາຫະກຳທັນສະໄໝ ຕິດພັນກັບບັນດາຜົນງານດ້ານວິທະຍາສາດ ເຕັນໂນໂລຊີໃໝ່ສຸດ, ດັ່ງນັ້ນ, ຜູ້ອອກແຮງງານຕ້ອງມີສະມັດຕະພາບການອອກແຮງງານ, ວິໄນແຮງງານ, ລະບົບແນວຄິດວິທະຍາສາດ ສອດຄ່ອງກັບບັນດາຂະແໜງໃໝ່…

ເພື່ອປະຕິບັດພາລະກິດຫັນເປັນອຸດສາຫະກຳສຳເລັດ, ຕ້ອງມີຖັນແຖວບັນດາກຳມະກອນ, ຜູ້ອອກແຮງງານມີຄວາມສາມາດ, ຄຸນສົມບັດຢ່າງພຽງພໍ ເພື່ອນຳໃຊ້ພື້ນຖານອຸດສາຫຳທັນສະໄໝນັ້ນ. ກຳມະກອນດີຈີຕອນ, ກຳມະກອນທັນສະໄໝ, ກຳມະກອນໃຫ່ຍໂຕເຂັ້ມແຂງຄືພວກເຮົາລໍຄອຍ. ພວກເຮົາຕ້ອງສວຍໃຊ້ທຸກກາລະໂອກາດ, ຜ່ານຜ່າທຸກສິ່ງທ້າທາຍ, ບາງເທື່ອສິ່ງທ້າທາຍແມ່ນໂອກາດເພື່ອພັດທະນາ. ເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນຄືແນວໃດ ຕິດພັນກັບແຫຼ່ງກຳລັງພາຍໃນປະເທດ.

ປຶກສາຫາລືທີ່ກອງປະຊຸມສຳມະນາ, ບັນດາຜູ້ຊ່ຽວຊານ, ນັກວິທະຍາສາດຖືວ່າ ການສ້າງຊົນຊັ້ນກຳມະກອນທັນສະໄໝ ແມ່ນຂອດກະກຽມຊັບພະຍາກອນໃຫ້ແກ່ໄລຍະຍູ້ແຮງການຫັນເປັນອຸດສາຫະກຳ, ທັນສະໄໝ, ຖືວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເປັນກຳລັງໜູນແຫ່ງການພັດທະນາ.