ໂດຍໄດ້ຮັບຂ່າວວ່າ ທ່ານອະດີດປະທານປະເທດແຫ່ງ ສສ. ຫວຽດນາມ, ເຈິ່ນດຶກເລືອງ, ເຖິງແກ່ມໍລະນະກຳ, ຄະນການນຳຂັ້ນສູງຫຼາຍປະເທດ ໄດ້ສົ່ງສານແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ, ສະພາແຫ່ງຊາດ ຫວຽດນາມ, ປະທານປະເທດ ຫວຽດນາມ, ລັດຖະບານ ຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ປະຊາຊົນ ຫວຽດນາມ.
ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຂຽນຄວາມຮູ້ສຶກໃສ່ປຶ້ມໄວ້ອາໄລ |
ໃນໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈ, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ ແລະ ຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ປະຊາຊົນ ລາວ ໄດ້ຕີລາຄາວ່າ ທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ແມ່ນການນຳຜູ້ດີເດັ່ນ, ເປັນເສົາຄ້ຳຂອງພັກ, ລັດ ຫວຽດນາມ. ການຈາກໄປຂອງທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ບໍ່ພຽງແຕ່ແມ່ນການສູນເສຍຢ່າງໃຫຍ່ຫຼວງຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ເທົ່ານັ້ນ, ປະຊາຊົນລາວ ຍັງສູນເສຍເພື່ອນຜູ້ໜຶ່ງທີ່ສະໜິດສະໜົມ. ທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ຍາມໃດກໍເອົາໃຈໃສ່ ແລະ ສຸດຈິດສຸດໃຈສະໜັບສະໜູນຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດລາວ; ປະກອບສ່ວນຢ່າງໃຫຍ່ຫຼວງ, ສຳຄັນເຂົ້າໃນການປັບປຸງ, ເພີ່ມພູນຄູນສ້າງເພື່ອໃຫ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດນັບມື້ນັບຜູກຜັນກັນຢ່າງໝັ້ນໜຽວ ແລະ ເກີດດອກອອກຜົນໃນຕະຫຼອດໄລຍະຜ່ານມາ.
ພິທີເຄື່ອນຍ້າຍຫີບສົບ (ພາບ: TTXVN) |
ໃນໂທລະເລກຂອງຕົນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ໄດ້ຂຽນວ່າ: ທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ແມ່ນການນຳຜູ້ດີເດັ່ນຂອງພັກ ແລະ ລັດ ຫວຽດນາມ, ໄດ້ມີບັນດາການປະກອບສ່ວນຢ່າງສຳຄັນເຂົ້າໃນພາລະກິດປ່ຽນແປງໃໝ່ເປີດປະຕູ ແລະ ການພັດທະນາຂອງ ຫວຽດນາມ. ແມ່ນເພື່ອນຜູ້ສະໜິດສະໜົມຂອງປະຊາຊົນ ຈີນ.
ສ່ວນທ່ານເລຂາທີໜຶ່ງພັກຄອມມູນິດ, ປະທານປະເທດ ກູບາ Miguel Díaz-Canel ໄດ້ສະແດງຄວາມໂສກເສົ້າຕໍ່ການຈາກໄປຂອງທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ, ຜູ້ທີ່ມີການປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນລະຫວ່າງກູບາ ແລະ ຫວຽດນາມ ເລິກເຊິ່ງຂຶ້ນຕື່ມ.


