ໃນຊຸມວັນນີ້ຄອບຄົວໃດກໍມັດມ້ຽນ, ປະດັບປະດາເຮືອນຊານກະກຽມຕ້ອນຮັບເທດສະການຣາມືວານ
(ພາບ: VOV)

ໃນຊຸມວັນນີ້, ກໍຄືກັນກັບຫຼາຍຄອບຄົວຊາວເຜົ່າ ຈຳ ທີ່ຖືສາສະໜາ ອິດສະລາມ ບານີ ອື່ນໆ, ຄອບຄົວ ປ້າ ໂຕ່ນທິມົ້ງລວານ ຢູ່ບ້ານ ບິ່ງຖັງ, ຕາແສງ ຟານຮວ່າ, ເມືອງ ບັກບິ່ງ, ແຂວງ ບິ່ງທ້ວນ ໄດ້ມັດມ້ຽນ, ປະດັບປະດາເຮືອນຊານ ແລະ ກະກຽມເຂົ້າໜົມພື້ນເມືອງ, ໝາກໄມ້ ແລະ ອາຫານຈຳນວນໜຶ່ງເພື່ອໄປປັບແປງຫຼຸມສົບ ແລະ ໄຫວ້ບູຊາບັນພະບຸລຸດ.

ຄອບຄົວຂ້າພະເຈົ້າໄດ້ເຮັດເຂົ້າໜົມຂີງ ເພື່ອຕ້ອນຮັບເທດສະການ ຣາມືວານ. ຄອບຄົຂ້າພະເຈົ້າຈະເອົາເຂົ້າໜົມນີ້ໄປບູຊາໃນມື້ປັບແປງຫຼຸມສົບພໍ່ເຖົ້າແມ່ເຖົ້າຢູ່ແຂວງ ນິງທ້ວນ ແລະ ຢູ່ທີ່ນີ້. ການເຮັດເຂົ້າໜົມນີ້ກໍເສຍເວລາຫຼາຍ ແລະ ຄອບຄົວໃດກໍເຮັດ. ນອກຈາກນັ້ນກໍຍັງໄດ້ກະກຽມບາງຢ່າງຕື່ມອີກ. ຊາວເຜົ່າ ຈຳ ຢູ່ທີ່ນີ້ ປີໃດກໍເຮັດແບບນີ້ເຊັ່ນດຽວກັນ. ກ່ອນຈະໄຫວ້ບູຊາບັນພະບຸລຸດ ຕ້ອງໄປປັບແປງຫຼຸມສົບສາກ່ອນ”.

ການໄປປັບແປງຫຼຸມສົບແມ່ນໜຶ່ງໃນບັນດາປະເພນີທີ່ຂາດບໍ່ໄດ້ໃນຍາມຕົ້ນລະດູ ຣາມືວານ ໂດຍໄດ້ຈັດຂຶ້ນຕາມວົງຕະກຸນ ແລະ ຕາມບ້ານ. ສຳລັບລູກຫຼານຊາວເຜົ່າ ຈຳ, ພິທີປັບແປງຫຼຸມສົບ ໄດ້ຮັບຖືວ່າ ແມ່ນການເຮັດບຸນຕໍ່ປູ່ຍ່າຕາຍາຍ, ບັນພະບຸລຸດ. ເມື່ອປັບປຸງຫຼຸມສົບເປັນທີ່ຮຽບຮ້ອຍແລ້ວ, ໃນວົງຕະກຸນກໍກົ້ມຫົວໄຫວ້ບູຊາເຊື້ອເຊີນບັນພະບຸລຸດມມຕ້ອນຮັບເທດສະການ ຣາມືວານ, ພ້ອມທັງປາດຖະໜາວ່າ ລະດູ ຣາມືວານ ປີນີ້ຈົ່ງມີແຕ່ຄວາມສະຫງົບສຸກ, ບັນພະບຸລຸດຊ່ວຍຄ້ຳຊູໃຫ້ລູກຫຼານມີສຸຂະພາບແຂງແຮງ, ອີ່ມໜຳສຳລານ, ສົມບູນພູນສູກ. ດັ່ງນັ້ນ, ເຖິງວ່າພວມໄປເຮັດວຽກຢູ່ໃກ້ຫຼືໄກ ຫຼື ມີວຽກສຳຄັນຂະໜາດໃດກໍຕາມ, ແຕ່ພໍ່ແມ່ພີ່ນ້ອງຊາວເຜົ່າ ຈຳ ກໍຈະໂຈະໄວ້ຊົ່ວຄາວເພື່ອເຂົ້າຮ່ວມພິທີດັ່ງກ່າວສາກ່ອນ. ເຖິງວ່າພວມໄປເຮັດວຽກຢູ່ ດົ່ງນາຍ, ແຕ່ເມື່່ອຮອດລະດູ ຣາມືວານ, ລຸງ ໂຕ່ນເທິດດິ່ງ ກໍຈະກັບເມືອບ້ານ.

ເຖິງວ່າຂ້າເຈົ້າໄປເຮັດວຽກຢູ່ໄກກໍ່ຕາມ ແຕ່ກໍພະຍາຍາມສັບຊ້ອນວຽກງານເພື່ອກັບມາຮ່ວພ້ອກັບຄອບຄົວ. ຣາມືວານ ປີໜຶ່ງກໍມີແຕ່ລະດູດຽວເທົ່ານັ້ນ, ສະນັ້ນ, ເຖິງວ່າວຽກຫຍຸ້ງປານໃດກໍຕ້ອງກັບເມືອບ້ານເຕົ້າໂຮມນຳຄອບຄົວ, ແລ້ວໄປປັບແປງຫຼຸມສົບ, ເຮັດພາເຂົ້າໄຫວ້ບູບັນພະບຸລຸດ, ພາວະນຂໍໃຫ້ບັນພະບຸລຸດຊ່ວຍຄ້ຳຊູໃຫ້ຄອບຄົວມີຄວາມສະຫງົບສຸກ”.

ພິທີປັບແປງຫຼຸມສົບ (ພາບ: VOV)

ໂດຍແຕກຕ່າງກັບເທດສະການເດືອນ ຣາມາດານ ຂອງຊາວເຜົ່າ ຈຳ ຖືສາສະໜາ ອິດສະລາມ ທີ່ສາສະນິກກະຊົນທຸກຄົນຕ້ອງອົດອາຫານໝົດມື້ໃນຕະຫຼອດເດືອນ, ຮັກສາໂຕໃຫ້ປອດໃສເພື່ອພາວະນາ, ໃນເດືອນ ຣາມືວານ ຂອງຊາວເຜົ່າຈຳ ຖືສາສະໜາ ອິດສະລາມ ບານີ ມີພຽງແຕ່ນັກບວດ ເປັນຜູ້ທຳພິທີກຳຕ່າງໆ ແລະ ອົດອາຫານ. ນັກບວດອົງຕ່າງໆ ຈະຕາງໜ້າໃຫ້ສາສະນິກກະຊົນທຸກຄົນຢູ່ໃນໂບດ, ສວດມົນພາວະນາ. ເຂົາເຈົ້າກະກຽມຄຳພີ, ເຄື່ອງນຸ່ງ ແລະ ເຄື່ອງຂອງຕ່າງໆເພື່ອທຳພິທີ. ທ່ານ Gru Sa, ນັກບວດທີ່ມີພັນສາສູງຢູ່ຫໍທຳມະ ບ້ານ ບິ່ງຖັງ, ຕາແສັງ ຟານຮວ່າ, ເມືອງ ບັກບິ່ງ, ແຂວງ ບິ່ງທ້ວນ ໃຫ້ຮູ້ວ່າ:

ຣາມືວານ ແມ່ນເດືອນທີ່ລູກເຕົ້າສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ຜູ້ໃຫກຳເນີດ, ບັນພະບຸລຸດ. ວິນຍານຂອງປູ່ຍ່າຕາຍາຍຜູ້ລ່ວງລັບໄປແລ້ວ ຖືກເຊີນມາເຕົ້າໂຮມຢູ່ຫໍທຳມະສະພາແຫ່ງນີ້ເພື່ອມາຮັບມາໂຈມເອົາເຄື່ອງບູຊາເຊິ່ງລູກຫຼານໄດ້ຖະຫວາຍໃນເດືອນ ຣາມືວານ.

ແຂວງ ບິ່ງທ້ວນ ໃນປັດຈຸບັນ ມີຊາວເຜົ່າ ຈຳ ຫຼາຍກວ່າ 40.000 ຄົນ, ໃນນັ້ນ ມີ 20.000 ກວ່າຄົນມີຄວາມເຊື່ອສັດທາຕໍ່ສາສະໜາ ອິດສະລາມ ບານີ. ຊີວິດການເປັນຢູ່ສ່ວນໃຫຍ່ຂອງພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍໃນແຂວງ ບິ່ງທ້ວນ ເວົ້າລວມ ແລະ ພໍ່ແມ່ພີ່ນ້ອງຊາວເຜົ່າ ຈຳ ອິດສະລາມ ບານີ ເວົ້າສະເພາະ ໄດ້ຮັບການປົວແປງດີກວ່າແຕ່ກ່ອນຫຼາຍ ນັບທັງທາງດ້ານວັດຖຸ ແລະ ຈິດໃຈ. ນີ້ແມ່ນເງື່ອນໄຂສະດວກເພື່ອໃຫ້ພໍ່ແມ່ປະຊາຊົນມີຄວາມອຸ່ນອ່ຽນໃຈຕ້ອນຮັບລະດູ ຣາມືວານ. ລຸງ ລຶວວັນເບ, ຢູ່ບ້ານ ບິ່ງຖັງ, ຕາແສງ ຟານຮວ່າ, ເມືອງ ບັກບິ່ງ, ແຂວງ ບິ່ງທ້ວນ ໃຫ້ຮູ້ວ່າ:

ຍ້ອໄດ້ຮັບຄວາມເອົາໃຈໃສ່ລົງທຶນຈາກພັກ, ລັດ, ສະນັ້ນ ການລິດຂອງພໍ່ແມ່ປະຊາຊົນຈຶ່ງເປັນປົກກະຕິ. ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນ, ສະນັ້ນ ການຈັດພິທີໄຫວ້ບູຊາບັນພະບຸລຸດກໍຄົບຖ້ວນງາມຕາກວ່າເກົ່າ”.

ຣາມືວານ ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ບັນດາສະມາຊິກໃນວົງຕະກຸນ ໄດ້ເຕົ້າໂຮມກັນ, ອາໄລຫາບັນພະບຸລຸດຜູ້ໃຫ້ກຳເນີດ ແລະ ລ້ຽງດູເຮົາເທົ່ານັ້ນ, ຫາກຍັງແມ່ນໂອກາດສ້າງສາຍເຊື່ອມຕໍ່ໃນວົງຄະນະຍາດຊາວເຜົ່າ ຈຳ ອິດສະລາມ ບານີ ເພື່ອພ້ອມກັນມຸ່ງໄປເຖິງສິ່ງທີ່ຈົບງາມໃນການດຳລົງຊີວິດ. ນີ້ກໍແມ່ນໂອກາດເພື່ອອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທຳຂອງຊົນເຜົ່າ ຈຳ./.