(ສະມາຄົມ ຂະແມ - ຫວຽດນາມ ຢູ່ ກຳປູເຈຍ ໄດ້ຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ) |
ວັນທີ 27 ເມສາ, ຢູ່ນະຄອນຫຼວງ ພະນົມເປັນ, ກຳປູເຈຍ, ສະມາຄົມ ຂະແມ - ຫວຽດນາມ ຢູ່ ກຳປູເຈຍ ໄດ້ຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2025). ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ ຫງວຽນມິງວູ ໄດ້ເນັ້ນໜັກວ່າ, ພິທີສະເຫຼີມສະຫຼອງວັນທີ 30 ເມສາ ກໍ່ແມ່ນໂອກາດເພື່ອໃຫ້ ຫວຽດນາມ ຕອບບຸນແທນຄຸນການຊ່ວຍເຫຼືອຢ່າງໃຫຍ່ຫຼວງຂອງເພື່ອນມິດສາກົນ, ໃນນັ້ນມີປະຊາຊົນ ກຳປູເຈຍ ທີ່ມີຕໍ່ພາລະກິດຕໍ່ສູ້ປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ.
(ງານພົບປະ ແລະ ແລກປ່ຽນລະຫວ່າງອະດີດນັກຂ່າວສະໜາມຮົບສາກົນທີ່ເຄີຍໃຫ້ຂ່າວກ່ຽວກັບສົງຄາມຕໍ່ສູ້ຕ້ານ ອາເມລິກາ ກູ້ຊາດ ຢູ່ ຫວຽດນາມ) |
ແລະກໍ່ໃນວັນດຽວກັນ, ຢູ່ນະຄອນ ໂຮ່ຈີມິນ, ພະແນກພົວພັນຕ່າງປະເທດນະຄອນ ໄດ້ຈັດງານພົບປະ ແລະ ແລກປ່ຽນລະຫວ່າງອະດີດນັກຂ່າວສະໜາມຮົບສາກົນທີ່ເຄີຍໃຫ້ຂ່າວກ່ຽວກັບສົງຄາມຕໍ່ສູ້ຕ້ານ ອາເມລິກາ ກູ້ຊາດ ຢູ່ ຫວຽດນາມ 47 ຄົນ, ພ້ອມກັບພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ອະດີດນັກຂ່າວສະໜາມຮົບຢູ່ພາຍໃນປະເທດຈຳນວນໜຶ່ງ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2025). ໂດຍແມ່ນອະດີດນັກຂ່າວສຳນັກຂ່າວສານ AP (ອາເມລິກາ), ທ່ານນາງ Edith Madelen Ledever ໄດ້ເຂົ້າຮ່ວມໂດຍກົງ, ໃຫ້ຂ່າວຕໍ່ເລື່ອງກອງທັບ ອາເມລິກາ ຖອນທະຫານອອກຈາກ ຫວຽດນາມ ໃນປີ 1973. ນັບແຕ່ນັ້ນມາຮອດປະຈຸບັນ, ທ່ານນາງໄດ້ມາຢາມ ຫວຽດນາມ ໃນໂອກາດສະເຫຼີມສະຫຼອງ 20 ປີ, 35 ປີ, 40 ປີ ແລະ ນີ້ແມ່ນ 50 ປີ ແຫ່ງວັນປົດປ່ອຍພາກໃຕ້. ແຕ່ລະເທື່ອມານີ້, ທ່ານນາງ Ledever ພັດມີຄວາມປະທັບໃຈຕໍ່ການປ່ຽນແປງ, ການບືນຕົວຂຶ້ນຂອງ ຫວຽດນາມ ເວົ້າລວມ ແລະ ຂອງນະຄອນ ໂຮ່ຈີມິນ ເວົ້າສະເພາະ.


