ປະຊາຊົນແຫ່ຂະບວນປະທ້ວງ (ພາບ: Reuters) |
ຕາມສື່ມວນຊົນ ອິດສະຣາແອັນ ແລ້ວ, ນະຄອນ Tel Aviv ສືບຕໍ່ແມ່ນຈຸດສຸມຂອງບັ້ນແຫ່ຂະບວນປະທ້ວງຄັດຄ້ານລັດຖະບານ ຍ້ອນແບບວິທີການບໍລິຫານບັ້ນຮົບຢູ່ເຂດ ກາຊາ ເຮັດໃຫ້ຕົວປະກັນ 58 ຄົນ ຍັງບໍ່ທັນໄດ້ກັບເມືອເຮືອນ. ເຂົ້າຮ່ວມບັນດາບັ້ນແຫ່ຂະບວນປະທ້ວງດັ່ງກ່າວ ມີຜູ້ທີ່ເຄີຍຖືກເປັນຕົວປະກັນ, ຍາດພີ່ນ້ອງຂອງຕົວປະກັນທີ່ພວມຖືກກັກຂັງຢູ່ເຂດ ກາຊາ, ນັກສຶກສາຢູ່ມະຫາວິທະຍາໄລແຫ່ງຕ່າງໆ… ເຂົາເຈົ້າແຫ່ຂະບວນປະທ້ວງເພື່ອຮຽກຮ້ອງລັດຖະບານຂອງທ່ານນາຍົກລັດຖະມົນຕີ Benjamin Netanyahu ດຳເນີນການປຶກສາຫາລືກັບກຳລັງ ຮາມາດສ ເພື່ອກູ້ເອົາຊີວິດບັນດາຕົວປະກັນ ແລະ ສິ້ນສຸດສົງຄາມການທະຫານໃນທັນທີ. ໃນເຂດສຳນັກງານພັກ Likud ຂອງທ່ານນາຍົກລັດຖະມົນຕີ Netanyahu, ບັນດາຜູ້ແຫ່ຂະບວນປະທ້ວງ ໄດ້ມີການປະທະກັນກັບກຳລັງປ້ອງກັນຄວາມສະຫງົບ, ເຮັດໃຫ້ຕຳຫຼວດ 2 ຄົນຖືກບາດເຈັບ ແລະ ຜູ້ແຫ່ຂະບວນປະທ້ວງ 62 ຄົນ ຖືກກັກຕົວ.
ກ່ຽວຂ້ອງເຖິງການເຄື່ອນໄຫວຊ່ວຍເຫຼືອມະນຸດສະທຳໃຫ້ແກ່ເຂດ ກາຊາ, ກະຊວງປ້ອງກັນປະເທດ ອິດສະຣາແອັນ ໃຫ້ຮູ້ວ່າ ໃນວັນທີ 28 ພຶດສະພາ ມີລົດຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳເຂົ້າໄປເຂດ ກາຊາ ຕື່ມອີກ 121 ຄັນ.
ນັກຂ່າວ VOV ປະຈຳ ອີຢິບ

