ຢູ່ນະຄອນ Tel Aviv, ມີນັບພັນຄົນໄດ້ເຕົ້າໂຮມດຳເນີນການແຫ່ຂະບວນປະທ້ວງ
(ພາບ: Reuters)

ຕອນຄ່ຳວັນທີ 10 ພຶດສະພາ, ມີນັບໝື່ນຄົນໄດ້ເຕົ້າໂຮມຢູ່ຫຼາຍນະຄອນຢູ່ ອິດສະຣາແອັນ ສືບຕໍ່ແຫ່ຂະບວນປະທ້ວງ ຮຽກຮ້ອງໃຫ້ລັດຖະບານກ້າວໄປເຖິງຂໍ້ຕົກລົງແລກປ່ຽນຕົວປະກັນກັບກຳລັງ ຮາມາດສ.

ຢູ່ນະຄອນ Tel Aviv, ມີນັບພັນຄົນໄດ້ເຕົ້າໂຮມດຳເນີນການແຫ່ຂະບວນປະທ້ວງຢູ່ສະໜາມຫຼວງ ຕົວປະກັນ ເພື່ອກໍ່ຄວາມກົດດັນກັບລັດຖະບານກ່ຽວກັບບັນຫາຕົວປະກັນ. ບັນດາຜູ້ແຫ່ຂະບວນປະທ້ວງກ່າວເຕືອນວ່າ ເວລາທີ່ສະຫງວນໃຫ້ແກ່ຕົວປະກັນບໍ່ມີຫຼາຍອີກ ແລະ ນີ້ອາດຈະແມ່ນໂອກາດສຸດທ້າຍຂອງບັນດາຕົວປະກັນ. ຕາມສື່ມວນຊົນ ອິດສະຣາແອັນ ແລ້ວ, ມີນັກປະຖະກະຖາບາງຄົນທີ່ເຂົ້າຮ່ວມການປະທະກັນຢັ້ນຢືນວ່າ ມີຊາວ ອິດສະຣາແອັນ 70% ສະໜັບສະໜູນເລື່ອງສິ້ນສຸດສົງຄາມຢູ່ເຂດ ກາຊາ ຄືດັ່ງສ່ວນໜຶ່ງຂອງຂໍ້ຕົກລົງຢຸດຍິງ ແລະ ກູ້ເອົາຕົວປະກັນ.