ທີ່ພິທີສະເຫຼີມສະຫຼອງ
(ພາບ: nhandan.vn)

ຕອນຄ່ຳວັນທີ 23 ພະຈິກ, ຢູ່ນະຄອນ ວິງ, ແຂວງ ເງະອານ, ໄດ້ຈັດພິທີສະເຫຼີມສະຫຼອງແຫ່ງວັນຂັບ ວີ, ຢ້ຳ ເຊິ່ງໄດ້ຮັບການຮັບຮອງຈາກ UNESCO ວ່າແມ່ນມໍລະດົກບໍ່ເປັນວັດຖຸທີ່ຕາງໜ້າໃຫ້ມວນມະນຸດ (27 ພະຈິກ 2014 – 27 ພະຈິກ 2024).

ຈຸດສຸມຂອງງານບຸນແມ່ນລາຍການສະແດງສິລະປະ “ຂັບວີຢຈິດວິນຍານຂອງບ້ານເກີດເມືອງນອນແຜ່ຂະຫຍາຍ”. ດ້ວຍການຂັບຮ້ອງ, ວາດຟ້ອນ, ລາຍການສະແດງສິລະປະໄດ້ຢືນຢັນທີ່ຕັ້ງຂອງຂັບ ວີ, ຢ້ຳ ມີພະລັງຊີວິດທີ່ຊ້ອນແຝງ, ແມ່ນແຫຼ່ງກຳເນີດສ້າງປະຫວັດສາດວັດທະນະທຳ ແລະ ຈິດໃຈຊາວຊາວເຂດ ເງະອານ.

ທີ່ພິທີ, ມີ 10 ໝູ່ຄະນະ ແລະ ສ່ວນບຸກຄົນກໍ່ໄດ້ຮັບໃບຍ້ອງຍໍຂອງກະຊວງວັດທະນະທຳ, ກິລາ, ທ່ອງທ່ຽວ ຫວຽດນາມ; 20 ໝູ່ຄະນະ ແລະ ສ່ວນບຸກຄົນໄດ້ຮັບໃບຍ້ອງຍໍຂອງປະທານຄະນະກຳມະການປະຊາຊົນແຂວງ ເງະອານ ຍ້ອນມີການປະກອບສ່ວນດີເດັ່ນໃນວຽກງານອະນຸລັກຮັກສາ, ເສີມຂະຫາຍຄຸນຄ່າມໍລະດົກຂັບວີ, ຢ້ຳໃນໄລຍະ 2014 – 2024.

ນອກຈາກພິທີສະເຫຼີມສະຫຼອງ, ແຕ່ວັນທີ 22 – 30 ພະຈິກ, ຢູ່ 2 ແຂວງ ເງະອານ ແລະ ຮ່າຕິ້ງ ໄດ້ຈັດການເຄື່ອນໄຫວທີ່ເປັນເອກະລັກສະເພາະຫຼາຍຢ່າງ, ຄື: ງານມະໂຫລານສະແດງສິລະປະພື້ນເມືອງ “ຫວຽດນາມ - ບັນດາສີສັນມໍລະດົກ”; ການມອບລາງວັນການແຂ່ງຂັນຂຽນເນື້ອໃນບົດວີ, ຢ້້ຳ ແລະ ບັນດາລາຍການພົບປະແລກປ່ຽນສິລະປະ.