(ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຮ່ວາບິ່ງ ກ່າວຄຳເຫັນທີ່ພິທີ)

ຕອນຄ່ຳວັນທີ 22 ພະຈິກ, ຢູ່ນະຄອນ ບວນມາທວດ, ແຂວງ ດັກລັກ, ໄດ້ຈັດພິທີສະເຫຼີມສະຫຼອງ 120 ປີແຫ່ງວັນສ້າງຕັ້ງແຂວງ (22 ພະຈິກ 1904 – 22 ພະຈິກ 2024). ເຂົ້າຮ່ວມ ແລະ ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຮ່ວາບິ່ງ ສະເໜີວ່າ, ແຂວງ ດັກລັກ ຕ້ອງຍາດແຍ່ງທຸກໂອກາດ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ… ສູ້ຊົນຮອດປີ 2050 ກາຍເປັນຈຸດນັດພົບທີ່ໄດ້ຮັບຄວາມນິຍົມ, ໜ້າດຳລົງຊີວິດ.

“ລະດົມກຳລັງແຮງສັງລວມ, ຂຸດຄົ້ນຄວາມສາມາດບົ່ມຊ້ອນໃຫ້ມີປະສິດທິຜົນ, ທ່າແຮງໃນການພັດທະນາ, ຊຸກຍູ້ກຳລັງໜູນເຕີບໂຕຢ່າງແຮງ; ປ່ຽນແປງໃໝ່ຮູບແບບເສດຖະກິດ, ຈຸດສຸມແມ່ນພັດທະນາບັນດາຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ; ສ້າງລະບົບການເມືອງປອດໃສ, ໝັ້ນຂົງເຂັ້ມແຂງ, ຮັບໃຊ້ປະຊາຊົນ”.