ທ່ານຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າ SOM ASEAN ຫວຽດນາມ ດັ້ງຮ່ວາງຢາງພ້ອມ ຮອງລັດຖະມົນຕີການຕ່າງປະເທດ, ເຈົ້າໜ້າທີ່ອາວຸໂສບັນດາປະເທດ ອາຊຽນ (ພາບ: chinhphu.vn)

ວັນທີ 24 ຕຸລາ, ຢູ່ Kuala Lumpur, ມາເລເຊຍ ໃນຂອບເຂດກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ (SOM), ທ່ານຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າ SOM ອາຊຽນ ຫວຽດນາມ ດັ່ງຮ່ວາງຢາງ ພ້ອມກັບ ລັດຖະມົນຕີການຕ່າງປະເທດ, ເຈົ້າໜ້າທີ່ອາວຸໂສ ບັນດາປະເທດ ອາຊຽນ ໄດ້ສຳຫຼວດກວດຄືນວຽກງານກະກຽມໃຫ້ແກ່ກອງປະຊຸມຂັ້ນສູງ ອາຊຽນ 47 ແລະ ກອງປະຊຸມຂັ້ນສູງລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື ທີ່ໄດ້ດຳເນີນໃນວັນທີ 26 – 28 ຕຸລາ. ດ້ວຍກອງປະຊຸມ ແລະ ການເຄື່ອນໄຫວຂັ້ນສູງກ່ວາ 15 ຢ່າງ, ບັນດາການນຳຄາດວ່າຈະແລກປ່ຽນບັນດາທິດທາງ, ມາດຕະການ ເພື່ອແນໃສ່ເພີ່ມທະວີການຮ່ວມມື, ເປີດກວ້າງການເຊື່ອມຕໍ່, ຂຸດຄົ້ນບັນດາກຳລັງໜູນໃນການເຕີບໂຕໃໝ່ຢ່າງມີປະສິດທິຜົນ ແລະ ຮັບມືກັບບັນດາສິ່ງທ້າທາຍຫາກໍ່ເກີດຂຶ້ນຢ່າງມີປະສິດທິຜົນ.

ຕີລາຄາສູງວຽກງານກະກຽມຂອງປະເທດເຈົ້າພາບ, ທ່ານຮອງລັດຖະມົນຕີ ດັ້ງຮ່ວາງຢາງ ຢັ້ງຢືນຈະສືບຕໍ່ປະສານສົມທົບກັບບັນດາປະເທດ ອາຊຽນ ຢ່າງແໜ້ນແຟ້ນເພື່ອແນໃສ່ຮັບປະກັນການຈັດຕັ້ງບັນດາກອງປະຊຸມໃຫ້ສຳເລັດຜົນ, ບັນລຸໄດ້ໝາກຜົນແທ້ຈິງຫຼາຍຢ່າງ.