ການນຳພັກສິດອຳນາດແຫ່ງຊາດ (PPP) ກຳອຳນາດຢູ່ ສ.ເກົາຫຼີ, ທ່ານ Han Dong Hoon ແລະ ທ່ານນາຍົກລັດຖະມົນຕີ Han Duck Soo
(ພາບ: Yonhap/TTXVN)

ວັນທີ 08 ທັນວາ, ຕາມສຳນັກຂ່າວສານ Yonhap (ສ.ເກົາຫຼີ) ແລ້ວ, ການນຳພັກສິດອຳນາດແຫ່ງຊາດ (PPP) ກຳອຳນາດຢູ່ ສ.ເກົາຫຼີ, ທ່ານ Han Dong Hoon ແຈ້ງໃຫ້ຊາບວ່າ, ທ່ານນາຍົກລັດຖະມົນຕີ Han Duck Soo ຈະແກ້ໄຂບັນຫາຂອງລັດ. ການກະທຳດັ່ງກ່າວໄດ້ຮັບຖືວ່າ ແມ່ນເພື່ອກະກຽມໃຫ້ແກ່ເລື່ອງລາອອກຈາກຕຳແໜ່ງຂອງທ່ານປະທານາທິບໍດີ Yoon Suk Yeol ພາຍຫຼັງການຜັນແປດ້ານການເມືອງກ່ຽວຂ້ອງເຖິງກົດໄອຍະການເສິກໃນອາທິດກ່ອນ.

ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Han Dong Hoon ໃຫ້ຮູ້ວ່າ, ທ່ານປະທານາທິບໍດີ Yoon Suk Yeol ຈະບໍ່ເຂົ້າຮ່ວມບັນດາການເຄື່ອນໄຫວຂອງລັດ, ລວມທັງດ້ານການທູດ, ແລະ ຈະມີການກະກຽມໃຫ້ແກ່ການລາອອກຈາກຕຳແໜ່ງ “ໂດຍໄວ ແລະ ມີຄວາມເປັນລະບຽບຮຽບຮ້ອຍ”. ທ່ານຊີ້ແຈ້ງວ່າ, “ການລາອອກຈາກຕຳແໜ່ງຄວາມເປັນມີລະບຽບຮຽບຮ້ອຍ” ແມ່ນການເລືອກທີ່ດີທີ່ສຸດເມື່ອທຽບໃສ່ການພິຈາລະນາໂທດ.