ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວປາໄສ(ພາບ: TTXVN)
|
ໂດຍສືບຕໍ່ໍ່ບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຢູ່ປະເທດ ກາຊັກສະຖານ, ຕອນບ່າຍວັນທີ 06 ພຶດສະພາ (ຕາມເວລາທ້ອງຖິ່ນ), ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ໄປຢ້ຽມຢາມ ແລະ ມີບົດກ່າວປາໄສກ່ຽວກັບນະໂຍບາຍຂອງ ຫວຽດນາມ ຢູ່ສະຖາບັນປົກຄອງສາທາລະນະຂຶ້ນກັບປະທານາທິບໍດີ ກາຊັກສະຖານ.
ໃນບົດກ່າວປາໄສ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ, ເພື່ອມຸ່ງໄປເຖິງອະນາຄົດ, ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ກາຊັກສະຖານ ຕ້ອງໄດ້ຜັນຂະຫຍານດ້ວຍບັນດາເນື້ອໃນການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນ, ຜ່ານນັ້ນກາຍເປັນຮູບແບບຮ່ວມມື ໃຕ້ - ໃຕ້ ລະຫວ່າງ ອາຊີຕາເວັນອອກສ່ຽງໃຕ້ - ອາຊີກາງ. ທ່ານເລຂາທິການໃຫຍ່ ໂຕເລິມ ຖືວ່າ, ຕ້ອງຊຸກຍູ້ການເຊື່ອມຕໍ່ 5 ປະການໃນການຮ່ວມມືລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ, ລວມມີ: ເຊື່ອມຕໍ່ມະນຸດ; ເຊື່ອມຕໍ່ 2 ພື້ນຖານເສດຖະກິດ; ເຊື່ອມຕໍ່ພື້ນຖານໂຄງລ່າງ, ຄົມມະນາຄົມ - ຂົນສົ່ງ; ເຊື່ອມຕໍ່ນະໂຍບາຍ; ເຊື່ອມຕໍ່ລະຫວ່າງພາກພື້ນ.
“ການເຊື່ອມຕໍ່ມະນຸດ, ລວມມີການເຊື່ອມຕໍ່ລະຫວ່າງການນຳ 2 ປະເທດ, ເຊື່ອມຕໍ່ລະຫວ່າງບັນດາອົງການ ແລະ ເຊື່ອມຕໍ່ປະຊາຊົນ 2 ປະເທດ. ໃນຂອບເຂດນີ້, 2 ປະເທດຕ້ອງເພີ່ມທະວີການເຈລະຈາດ້ານການເມືອງຢ່າງເປັນປະຈຳ ແລະ ແທດຈິງຢູ່ຂັ້ນສູງ, ພິເສດແມ່ນຂັ້ນສູງສຸດ. 2 ຝ່າຍກໍ່ຕ້ອງຄົ້ນຄວ້າສ້າງຕັ້ງບັນດາກົນໄກເຈລະຈາໃໝ່, ຄື: ເຈລະຈາດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ - ການຄ້າ, ວິທະຍາສາດ - ເຕັກໂນໂລຊີ; ຍູ້ແຮງການຮ່ວມມືໃນຂົງເຂດການສຶກສາ, ວັດທະນະທຳ, ສິລະປະ ແລະ ພັດທະນາການທ່ອງທ່ຽວ”.
(ທີ່ການພົບປະເຈລະຈາ) |
ໃນວັນດຽວກັນ, ຢູ່ນະຄອນຫຼວງ Astana, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ກາຊັກສະຖານ Olzhas Bektenov. ເມື່ອແລກປ່ຽນກ່ຽວກັບການຮ່ວມມື 2 ຝ່າຍໃນໄລຍະຈະມາເຖິງ, ການນຳ 2 ທ່ານໄດ້ເຫັນດີຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ເປັນມູນເຊື້ອຢ່າງແທດຈິງ, ຊຸກຍູ້ການສ້າງອົງການຜູ້ຕາງໜ້າດ້ານການຄ້າ ຫວຽດນາມ ປະຈຳ ກາຊັກສະຖານ, ສະພາວິສາຫະກິດຮ່ວມ ຫວຽດນາມ - ກາຊັກສະຖານ.


