ພິທີມອບ - ຮັບ (ພາບ: ສະຖານທູດ ຊູແອັດ ປະຈຳ ຫວຽດນາມ) |
ຟິມຮູບເງົາດັ່ງກ່າວມີຄວາມຍາວເກືອບ 30 ນາທີ, ໂດຍໄດ້ບັນທຶກບັນດາເຫດການສຳຄັນໃນວັນທີ 30 ເມສາ 1975 ຢູ່ ຊູແອັດ ທີ່ສະແດງໃຫ້ເຫັນນ້ຳໃຈຄຽງບ່າຄຽງໄຫຼ່ຂອງກຳລັງຮັກຮອມສັນຕິພາບໃນໂລກ ມີຕໍ່ປະຊາຊົນ ຫວຽດນາມ. ຜູ້ກຳກັບຮູບເງົາ Bo Ohlen ແບ່ງປັນວ່າ:
“ວັນທີ 30 ເມສາ 1975 ແມ່ນວັນທີ່ເຕັມໄປດ້ວຍຄວາມໝາຍຂອງ ຫວຽດນາມ, ແຕ່ມັນກໍແມ່ນວັນມີຄວາມໝາຍສຳຄັນເປັນພິເສດສຳລັບຊາວໜຸ່ມ ຊູແອັດ ນັບໝື່ນຄົນ, ບຸກຄົນທີ່ສະຫງວນເວລາກວ່າໜຶ່ງທົດສະວັດເພື່ອສະໜັບສະໜູນການຕໍ່ສູ້ຂອງປະຊາຊົນ ຫວຽດນາມ. ໃນຊຸມວັນນັ້ນ, ຂ້າພະເຈົ້າເຮັດວຽກດ້ວຍບົດບາດເປັນຜູ້ຖ່າຍທຳຂອງສະຖານີໂທລະພາບ ຊູແອັດ, ແລະ ໃນວັນໄຊຊະນະ, ຂ້າພະເຈົ້າໄດ້ຖືກ້ອງຖ່າຍ ພ້ອມກັບບັນດາເພື່ອນຮ່ວມງານອື່ນບັນທຶກຈຸດເວລາ ທີ່ບຸກຄົນສະໜັບສະໜູນ ຫວຽດນາມ ຢູ່ Stockholm ສະໝັກໃຈລົງຖະໜົນ, ເຕັມໄປດ້ວຍຄວາມມ່ວນຊື່ນ ແລະ ດີໃຈ.”
|
ຟິມຮູບເງົາເອກະສານກ່ຽວກັບວັນທີ 30 ເມສາ 1975 ຊູແອັດ ມອບໃຫ້ແກ່ ຫວຽດນາມ (VOV1)
|

