ການໂອ້ລົມທາງໂທລະສັບ ລະຫວ່າງທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ (ພາບ: qdnd.vn) |
ພາຍຫຼັງການໂອ້ລົມທາງໂທລະສັບລະຫວ່າງທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຍດນາມ ໂຕເລິມ ແລະ ທ່ານເລຂາທິການໃຫຍ່ພັກກອມມູນິດ ຈີນ, ປະທານປະເທດ ຈີນ ສີຈິ້ນຜິງ ໃນວັນທີ 15 ມັງກອນ, ສື່ມວນຊົນຈີນ ໄດ້ພ້ອມກັນລົງຂ່າວເປັນຈຳນວນຫຼາຍກ່ຽວກັບເຫດການນີ້. ສຳນັກຂ່າວສານຊິນຮວາ ໄດ້ເນັ້ນໜັກວ່າ ທ່ານເລຂາທິການໃຫຍ່, ປະທານປະເທດ ສີຈິ້ນຜິງ ໃຫ້ຮູ້ວ່າ ທ່ານຮູ້ສຶກດີໃຈເມື່ອໄດ້ໂອ້ລົມທາງໂທລະສັບກັບທ່ານເລຂາທິການໃຫຍ່ ໂຕເລິມໃນຈຸດເວລາທ້າຍປີເກົ່າ ແລະ ຕົ້ນປີໃໝ່ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຈີນ ແລະ ຫວຽດນາມ. ໃນ 6 ເດືອນຜ່ານມາ, ສອງພັກ, ສອງລັດ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ມານະພະຍາຍາມປະຕິບັດບັນດາບັນຫາຮ່ວມມືເຊິ່ງສອງຝ່າຍໄດ້ປຶກສາຫາລື ບັນລຸໄດ້ຄວາມຄືບໜ້າທີ່ຕັ້ງໜ້າ.
ຕາມເວັບໄຊ CCTV ແລ້ວ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ໄດ້ເນັ້ນໜັກວ່າ ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ມາຮອດປັດຈຸບັນ, ພັກກອມມູນິດ ຫວຽດນາມ ໄດ້ສາມັກຄີກັນນຳພາທົ່ວປວງຊົນ ຫວຽດນາມ ແກ້ໄຂຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ບັນລຸໄດ້ຜົນສຳເລັດໃໝ່ໃນພາລະກິດແຫ່ງການສ້າງສາ ແລະ ປ່ຽນແປງໃໝ່ສັງຄົມນິຍົມ.

