ພາບຖ່າຍຈາກຄຼິບສາລະຄະດີກ່ຽວກັບ ຫວຽດນາມ(ພາບ: TTXVN)
|
ມີໜັງສືພິມໃຫຍ່ຂອງ ເຢຍລະມັນ DPA, Heidenheimer-Zeitung ໄດ້ໃຫ້ຂ່າວ ຫວຽດນາມ ຈັດພິທີສະເຫຼີມສະຫຼອງວັນເອກະລາດ ດ້ວຍການເດີນຂະບວນ ສວນສະໜາມສະແດງກ້ອນກຳລັງຂອບຂະໜາດໃຫຍ່. ເຫດການໄດ້ດຶງດູດປະຊາຊົນນັບແສນຄົນມາຈາກທຸກແຂວງ, ນະຄອນມາ ຮ່າໂນ້ຍ.
ສື່ມວນຊົນ ເຢຍລະມັນ ກໍ່ເນັ້ນໜັກເຖິງການເດີນທາງແຫ່ງການພັດທະນາທີ່ໜ້າປະທັບໃຈຂອງ ຫວຽດນາມ, ຈາກປະເທດທຸກຍາກ ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດມີລະດັບເຕີບໂຕໄວທີ່ສຸດໃນໂລກ. ປີ 2024, ຫວຽດນາມ ບັນລຸລະດັບເຕີບໂຕທີ່ໜ້າປະທັບໃຈ 7,09%, ກາຍເປັນສະຖານທີ່ດູດດຶມສຳລັບແຂກທ່ອງທ່ຽວ ດ້ວຍຈຳນວນ 17,5 ລ້ານເທື່ອຄົນມາຢ້ຽມຢາມ ແລະ ແມ່ນສະຖານທີ່ລົງທຶນຂອງວິສາຫະກິດ ເຢຍລະມັນ ຫຼາຍແຫ່ງ.
ແລະກໍ່ໃນວັນທີ 02 ກັນຍາ, ໜັງສືພິມ Resumen Latinoamericano, ໜັງສືພິມ La Nacion ຂອງ ອາກຊັງຕິນ ໄດ້ສ່ອງແສງກ່ຽວກັບພິທີເດີນຂະບວນ ສວນສະໜາມສະແດງກ້ອນກຳລັງ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະວັດເດືອນ ສິງຫາ ບັນລຸຜົນສຳເລັດ ແລະ ວັນສະຖາປະນາ 02 ກັນຍາ. ດ້ວຍຫົວຂໍ້ “ຫວຽດນາມ ສະເຫຼີມສະຫຼອງ 80 ປີແຫ່ງວັນເອກະລາດ ດ້ວຍພິທີເດີນຂະບວນ, ສວນສະໜາມສະແດງກ້ອນກຳລັງທີ່ຟົດຟື້ນ”, ບົດຂຽນໄດ້ເຫັນວ່າ ຫວຽດນາມ ຈັດພິທີສະເຫຼີມສະຫຼອງ 80 ປີແຫ່ງວັນເອກະລາດ ດ້ວຍການເດີນຂະບວນ, ສວນສະໜາມສະແດງກ້ອນກຳລັງໃຫຍ່ທີ່ສຸດໃນຫຼາຍທົດສະວັດ, ດ້ວຍອາວຸດຍະທະພັນທັນສະໄໝຫຼາຍປະເພດ.
ມີໜັງສືພິມຢູ່ເຂດຕາເວັນອອກກາງຫຼາຍສະບັບ, ຄື: Al-Khaleej, Al-Bayan ແລະ Egypt Press, ກໍ່ໄດ້ໃຫ້ຂ່າວກ່ຽວກັບພິທີເດີນຂະບວນ, ສວນສະໜາມສະແດງກ້ອນກຳລັງ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະວັດເດືອນ ສິງຫາ ບັນລຸຜົນສຳເລັດ ແລະ ວັນສະຖາປະນາ 02 ກັນຍາ, ຍ້ອງຍໍພິທີ, ກໍ່ຄືການພັດທະນາຂອງ ຫວຽດນາມ ພາຍຫຼັງໄລຍະ 80 ປີ.

