ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ແລະ ທ່ານ Vince Henderson ລັດຖະມົນຕີການຕ່າງປະເທດ, ການຄ້າຕ່າງປະເທດ, ການຄ້າ ແລະ ພະລັງງານ ໂດມີນີກາ (ພາບ: VOV)

ຕອນບ່າຍວັນທີ 28 ພຶດສະພາ, ຢູ່ສຳນັກງານກະຊວງການຕ່າງປະເທດ (ຮ່າໂນ້ຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະເຈລະຈາກັບທ່ານ Vince Henderson ລັດຖະມົນຕີການຕ່າງປະເທດ, ການຄ້າຕ່າງປະເທດ, ການຄ້າ ແລະ ພະລັງງານ ໂດມີນີກາ ທີ່ພວມຢູ່ຢ້ຽມຢາມ ຫວຽດນາມ ໃນລະຫວ່າງວັນທີ 27 – 29 ພຶດສະພາ.

ທີ່ການພົບປະເຈລະຈາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ສະເໜີ ໃຫ້ສອງຝ່າຍສືບຕໍ່ເພີ່ມທະວີບັນດາການຢ້ຽມຢາມ ແລະ ພົບປະທຸກຂັ້ນ, ເຊື່ອມຕໍ່ກັບບັນດາກະຊວງ, ຂະແໜງການ ແລະ ປະຊາຄົມວິສາຫະກິດ, ສົມທົບທັດສະນະ ແລະ ສະໜັບສະໜູນບັນດາການປະພຶດຂອງກັນຢູ່ ສປຊ ແລະ ບັນດາເວທີປາໄສຫຼາຍຝ່າຍ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ກໍ່ຢັ້ງຢືນວ່າ ພ້ອມແລ້ວທີ່ຈະເປັນປະຕູເຂົ້າອອກເພື່ອຊ່ວຍຊຸກຍູ້ການພົວພັນຂອງ ໂດມີນີກາ ກັບບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້, ທ່ານຕີລາຄາສູງຂໍ້ສະເໜີຂອງ ໂດມີນີກາ ໃນການສ້າງຕັ້ງສະຖານທູດ ແລະ ສົ່ງເອກອັກຄະລັດຖະທູດຜູ້ທຳອິດມາປະຈຳຢູ່ ຫວຽດນາມ ແລະ ແຈ້ງໃຫ້ຊາບວ່າ ລັດຖະບານຫວຽດນາມໄດ້ຕົກລົງຕໍ່ຂໍ້ສະເໜີນີ້ແລ້ວ.

ສ່ວນທ່ານລັດຖະມົນຕີ Vince Henderson ຢັ້ງຢືນວ່າ ໂດມີນີກາ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກ ເພີ່ມທະວີການພົວພັນກັບ ຫວຽດນາມ, ທ່ານພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມ ກັບບັນດາປະເທດ ອາເມລິກກາ ລາຕິນ ແລະ Caribe. ທ່ານ Vince Henderson ເຫັນດີຕໍ່ບັນດາຂໍ້ສະເໜີຈາກຝ່າຍ ຫວຽດນາມ, ທ່ານເນັ້ນໜັກເຖິງຄວາມສຳຄັນຂອງການເພີ່ມທະວີການຮ່ວມມືໃນຂົງເຂດກໍ່ສ້າງ, ການທ່ອງທ່ຽວ ແລະ ວິທະຍາສາດເຕັກໂນໂລຢີ, ທ່ານສະແດງຄວາມຊົມເຊີຍ ແລະ ສົ່ງເສີມບັນດາວິສາຫະກິດ ຫວຽດນາມ ມາລົງທຶນຢູ່ ໂດມີນີກາ.