ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ:Getty Images) |
ວັນທີ 3 ມີນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເຊັນລັດຖະດຳລັດ ເພີ່ມອັດຕາພາສີເພີ່ມເຕີມຂຶ້ນທົບສອງເທົ່າສຳລັບສິນຄ້າ ຈີນ, ຈາກ 10% ຂຶ້ນເປັນ 20%. ລັດຖະດຳລັດຂອງທ່ານປະທານາທິບໍດີ D. Trump ເນັ້ນຫນັກວ່າ ຈີນ ບໍ່ປະຕິບັດບັນດາບາດກ້າວທີ່ຈຳເປັນເພື່ອສະກັດກັ້ນບັນດາປະເພດຢາສານເສບຕິດ... ທີ່ຂົນສົ່ງຜິດກົດໝາຍເຂົ້າ ອາເມລິກາ.
ອັດຕາພາສີ 10% ມີຜົນສັກສິດນັບແຕ່ວັນທີ 4 ກຸມພາ ໂດຍໄດ້ຈັດວາງສຳລັບ ສິນຄ້ານຳເຂົ້າຈາກຈີນ 1.400 ຕື້ USD, ມູນຄ່າແມ່ນຂຶ້ນທົບ 3 ເທົ່າຈຳນວນສິນຄ້າຕ່າງປະເທດທີ່ຖືກຈັດວາງອັດຕາພາສີເຂົ້າ ອາເມລິກາ ໃນອາຍຸການທຳອິດຂອງທ່ານ Trump. ພາຍຫລັງນັ້ນ ຈີນໄດ້ໂຕ້ຕອບດ້ວຍ ອັດຕາພາສີ 15% ສຳລັບບາງປະເພດຖ່ານຫີນ ແລະ ອາຍແກັດທຳມະຊາດແຫຼວ .. ກໍ່ຄື 10% ສຳລັບນ້ຳມັນດິບ, ເຄ່ືອງຈັກກະສິກຳ ແລະ ບາງປະເພດລົດໂອໂຕຈາກ ອາເມລິກາ. ຈີນ ຄາດວ່າ ຈະສືບຕໍ່ໂຕ້ຕອບ ພາຍຫລັງທ່ານປະທານາທິບໍດີ ອາເມລິກາ ປະກາດຈັດວາງອັດຕາພາສີເພີ່ມເຕີມ.
ໃນວັນດຽວກັນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫລງວ່າ: ອາເມລິກາ ຍັງຄົງສືບຕໍ່ຈັດວາງອັດຕາພາສີ 25% ສຳລັບ ເມັກຊິກໂກ ແລະ ການາດາ ຕາມແຜນການວາງອອກເບື້ອງຕົ້ນ.
ຟ້າມຮວນ, ນັກຂ່າວ VOV ປະຈຳ ອາເມລິກາ

