ທ່ານ Donald Trump ກ່າວຄຳເຫັນໃນພິທີຮັບດຳລົງຕຳແໜ່ງ (ພາບ: Reuters) |
ພິທີຮັບດຳລົງຕຳແໜ່ງຂອງທ່ານ Donald Trump ໄດ້ດຳເນີນຢູ່ໃນຫໍສະພາແຫ່ງຊາດ ຍ້ອນສະພາບອາກາດໜາວຈັດ. ຢູ່ພິທີ, ທ່ານ Donald Trump ໄດ້ສາບານຕົວ ຈະຈົງຮັກພັກດີ ແລະ ປະຕິບັດສຳເລັດບັນດາໜ້າທີ່ສຳຄັນຂອງປະທານາທິບໍດີ ອາເມລິກາ ແລະ ຈະພະຍາຍາມຈົນສຸດຄວາມສາມາດເພື່ອປົກປ້ອງລັດຖະທຳມະນູນ ອາເມລິກາ. ໃນບົດປາໄສທຳອິດ ພາຍຫຼັງພິທີສາບານຕົວ, ທ່ານ Donald Trump ເນັ້ນໜັກວ່າ ສັງກາດທອງຂອງປະເທດ ອາເມລິກາ ໄດ້ເລີ່ມຕົ້ນຢ່າງເປັນທາງການແລ້ວ. ທ່ານກ່າວວ່າ:
“ນັບແຕ່ມື້ນີ້ເປັນຕົ້ນໄປ, ປະເທດພວກເຮົາຈະພັດທະນາຢ່າງແຮງ ແລະ ຈະໄດ້ຮັບຄວາມເຄົາລົບຈາກບັນດາປະເທດໃນໂລກອີກຄັ້ງ. ທຸກປະເທດໃນໂລກຕ້ອງອິດສາປະເທດ ອາເມລິກາ ແລະ ພວກເຮົາຈະສືບຕໍ່ບໍ່ປະໃຫ້ເຂົາເຈົ້າສວຍໃຊ້ອີກ. ໃນແຕ່ລະວັນຂອງອຳນາດການປົກຄອງ Donald Trump, ຂ້າພະເຈົ້າຈະເຮັດໃຫ້ປະເທດ ອາເມລິກາ ເໜືອກວ່າສິ່ງໃດໝົດ. ພວກເຮົາຈະເອົາຄືນອະທິປະໄຕ ແລະ ຟື້ນຟູຄວາມປອດໄພຂອງປະເທດ ອາເມລິກາ ຄືນໃໝ່. ຄວາມສະເໝີພາບດ້ານນິິຕິກຳ ກໍຈະໄດ້ຮັບການປັບປຸງຄືນໃໝ່ໃຫ້ມີຄວາມດຸ່ນດ່ຽງ. ເລື່ອງ ຫັນກະຊວງຍຸຕິທຳ ແລະ ລັດຖະບານເປັນອາວຸດນັ້ນ ຈະຖືກຢຸດຕິ. ບຸລິມະສິດທຳອິດຂອງພວກເຮົາແມ່ນ ຈະສ້າງເປັນປະເທດທີ່ເອກອ້າງທະນົງໃຈ, ວັດທະນາຖາວອນ ແລະ ເສລີ. ປະເທດ ອາເມລິກາ ຈະກາຍເປັນປະເທດເຂັ້ມແຂງກວ່າ ແລະ ພິເສດກວ່າເວລາໃດໝົດ.”
ທ່ານ Donald Trump ເນັ້ນໜັກວ່າ ບຸລິມະສິດຕໍ່ໄປແມ່ນແກ້ໄຂໄພເງິນເຟີ້ ແລະ ຫຼຸດຜ່ອນລາຄາ, ຄ່າໃຊ້ຈ່າຍ; ປະກາດສະພາວະພະລັງງານສຸກເສີນ ພ້ອມທັງສົ່ງເສີມບັນດາການເຄື່ອນໄຫວຂຸດເຈາະນໍ້າມັນ. ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ທ່ານຈະສຳຫຼວດກວດຄືນລະບົບການຄ້າເພື່ອປົກປ້ອງຜູ້ອອກແຮງງານ ແລະ ບັນດາຄອບຄົວ ອາເມລິກາ ແລະ ອຳນາດການປົກຄອງຂອງທ່ານ ຈະເກັບພາສີບັນດາປະເທດອື່ນ ເພື່ອສ້າງຄວາມຮັ່ງມີໃຫ້ແກ່ປະຊາຊົນ ອາເມລິກາ. ທ່ານກໍຖະແຫຼງວ່າ ຈະສ້າງກອງທັບທີ່ເຂັ້ມແຂງທີ່ສຸດໃນໂລກ. ຕາມທ່ານ Donald Trump ແລ້ວ, ອາເມລິກາ ຈະປ່ຽນຊື່ອ່າວ ເມັກຊີໂກ ເປັນ ອ່າວ ອາເມລິກາ ແລະ ຢືດຄືນສິດຄວບຄຸມ ຊ່ອງແຄບ Panama.
ຟ້າມຮວັນ, ນັກຂ່າວ VOV ປະຈຳ ອາເມລິກາ

