ທ່ານ Scott Turner, ຜູ້ຊ່ວຍວຽກທຳນຽບຂາວ ໄດ້ຮັບການສະເຫນີເປັນລັດຖະມົນຕີກະຊວງເຮືອນຢູ່ ແລະ ພັດທະນາຕົວເມືອງ (HUD). (ພາບ:Getty Images) |
ວັນທີ 22 ພະຈິກ, ທ່ານ Donald Trump ຜູ້ທີ່ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ອາເມລິກາ ໄດ້ປະກາດ ການສະເຫນີບຸກຄະລາກອນໃນລັດຖະບານໃຫມ່. ຕາມນັ້ນແລ້ວ, ທ່ານປະທານາທິບໍດີ Donald Trump ສະເຫນີ ທ່ານນາງ Lori Chavez-DeRemer, ສະມາຊິກສະພາຕ່ຳ ພັກສາທາລະນະ ເປັນຜູ້ຕາງຫນ້າໃຫ້ແກ່ລັດ Oregon ດຳລົງຕຳແຫນ່ງ ລັດຖະມົນຕີກະຊວງແຮງງານ. ທ່ານ Scott Turner, ຜູ້ຊ່ວຍວຽກທຳນຽບຂາວ ໄດ້ຮັບການສະເຫນີເປັນລັດຖະມົນຕີກະຊວງເຮືອນຢູ່ ແລະ ພັດທະນາຕົວເມືອງ (HUD),
ທ່ານໝໍ Dave Joseph Weldon, ອະດີດສະມາຊິກສະພາຕ່ຳ ພັກສາທາລະນະ ຊື່ງແມ່ນຜູ້ຕາງຫນ້າໃຫ້ລັດ Florida ຮັບດຳລົງຕຳແຫນ່ງຜູ້ອຳນວຍການສູນກວດກາ ແລະ ປ້ອງກັນໂລກລະບາດ(CDC).
ໃນວັນດຽວກັນ, ຫນັງສືພິມ Washington Post ໄດ້ຄັດແຫລ່ງຂ່າວໃຫ້ຮູ້ວ່າ: ທ່ານປະທານາທິບໍດີ Donald Trump ຄາດວ່າຈະສະເຫນີນັກການເງິນ Scott Bessent ເປັນລັດຖະມົນຕີກະຊວງການເງິນໃນອຳນາດການປົກຄອງຈະມາເຖິງຂອງທ່ານ.

