ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາເດີນທາງໄປຢ້ຽມຢາມມາເລເຊຍຢ່າງເປັນທາງການ

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ແລະ ພັນລະຍາ, ຕອນເຊົ້າວັນທີ 21 ພະຈິກ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ໂງເຟືອງລີ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງຮ່າໂນ້ຍ, ເດີນທາງໄປຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການໃນລະຫວ່າງວັນທີ 21 – 23 ພະຈິກ. ໂດຍເນັ້ນໜັກເຖິງຄວາມໝາຍຂອງການຢ້ຽມຢາມ ມາເລເຊຍຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານເອກອັກຄະລັດຖະທູດ ຫວຽດນາມປະຈຳ ມາເລເຊຍ ດິງງອກລິງ ຖືວ່າ: ການຢ້ຽມຢາມມາເລເຊຍຂອງທ່ານເລຂາທິການໃຫຍ່ ໂຕເລິມ ມີຄວາມໝາຍສຳຄັນພິເສດ, ທັງຊຸກຍູ້ນ້ຳໃຈສາມັກຄີລະຫວ່າງບັນດາປະເທດ ອາຊຽນ, ທັງສະແດງໃຫ້ເຫັນນະໂຍບາຍທາງການທູດທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຖືເປັນສຳຄັນການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ ແລະ ຄູ່ຮ່ວມມືຍຸດທະສາດກັບ ມາເລເຊຍ, ປາດຖະໜາຢາກ ເຮັດໃຫ້ການພົວພັນຮ່ວມມືອັນດີງາມທີ່ມີຢູ່ແລ້ວລະຫວ່າງສອງປະເທດເລິກເຊິ່ງກ່ວາອີກ, ມຸ່ງໄປເຖິງລະດັບສູງໃໝ່.

ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍຈະປຶກສາຫາລືບັນດາມາດຕະການເປີດກວ້າງການຮ່ວມມືໄປຍັງບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນອື່ນໆຄື: ການຮ່ວມມື Halal, ການຫັນເປັນດີຈີຕອນ, ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ກະສິກຳເຕັກໂນໂລຢີສູງ… ຈາກນັ້ນກໍ່ປະກອບສ່ວນສ້າງກຳລັງແຮງໃໝ່ໃຫ້ແກ່ເລື່ອງນຳການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່.