ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ ແຟງລັງ Petteri Orpo (ພາບ: TTXVN)

ນະທີ່ນີ້, ທ່ານເລຂາທິການໃຫຍ່ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະໃຫ້ການຮ່ວມມືກັບແຟງລັງ ຢ່າງແໜ້ນແຟ້ນ ໃນບັນດາເສົາຄ້ຳແກ່ນສານ ແລະ ເປັນຂົວຕໍ່, ຊຸກຍູ້ການຮ່ວມມື ຫວຽດນາມ - ສະຫະພາບເອີຣົບ (EU), ແຟງລັງ - ອາຊຽນ.

ໂດຍເປັນຄູ່ຮ່ວມມືທາງການຄ້າທີ່ມີກຳລັງບົ່ມຊ້ອນຂອງ ຫວຽດນາມ ຢູ່ ເອີຣົບເໜືອ, ທ່ານເລຂາທິການໃຫຍ່ ສະເໜີໃຫ້ ແຟງລັງ ຮ່ວມມື, ແບ່ງປັນບົດຮຽນປະສົບການກັບ ຫວຽດນາມ ໃນການສ້າງພື້ນຖານເສດຖະກິດໝູນວຽນ; ສົ່ງເສີມບັນດາວິສາຫະກິດແຟງລັງຍູ້ແຮງການລົງທຶນເຂົ້າ ຫວຽດນາມ, ໂດຍສະເພາະແມ່ນໃນບັນດາຂະແໜງການທີ່ມີທ່າແຮງຂອງ ແຟງລັງ. ທ່ານເລຂາທິການໃຫຍ່ກໍສະເໜີໃຫ້ ແຟງລັງ ສະໜັບສະໜູນເລື່ອງຄະນະກຳມະການເອີຣົບ (EC) ຍົກເລີກ “ບັດເຫຼືອງ” ຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍ, ບໍ່ລາຍງານ ແລະ ປະຕິບັດຕາມຂໍ້ກຳນົດ (IUU) ສຳລັບສິນໃນນ້ຳສົ່ງອອກຂອງ ຫວຽດນາມ.

ສ່ວນທ່ານນາຍົກລັດຖະມົນຕີ ແຟງລັງ Petteri Orpo ຢັ້ງຢືນວ່າ ລັດຖະບານ ແຟງລັງ ຈະສືບຕໍ່ສະໜັບສະໜູນການຊຸກຍູ້ການພົວພັນສອງຝ່າຍ, ດ້ວຍເນື້ອໃນຈຸດສຸມແມ່ນຍູ້ແຮງຂົງເຂດເສດຖະກິດ - ການຄ້າ - ການລົງທຶນ, ວິທະຍາສາດ - ເຕັກໂນໂລຢີ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ພະລັງງານທົດແທນ, ຫັນເປັນດີຈີຕອນ, ນະວັດຕະກຳ, ສາທາລະນະສຸກ...

ວັນຫຽວ