ພາບປະກອບ: VOV |
ເປີດສາກບົດຂຽນ ທ່ານເລຂາທິການໃຫຍ່ ທົບທວນຄືນບັນດາໝາກຜົນສຳຄັນ ກ່ຽວກັບການປັບປຸງລະບອບລະບຽບການ, ກົດໝາຍ ຢູ່ ຫວຽດນາມ ໃນບັນດາໄລຍະປະຫວັດສາດໃນຕະຫລອດ 80 ປີຜ່ານມາ ພ້ອມທັງຊີ້ໃຫ້ເຫັນບາງຂໍ້ຈຳກັດ, ຂາດຕົກບົກຜ່ອງຄວນປັບປຸງ. ຕາມທ່ານເລຂາທິການໃຫຍ່ ໂຕເລິມ ແລ້ວ, ປະຈຸບັນ ໂລກພວມຢືນຢູ່ຕໍ່ຫນ້າບັນດາການປ່ຽນແປງທີ່ມີລັກສະນະຍຸກສະໄຫມ ສະນັ້ນ ເພື່ອຫັນຄວາມຄາດຫວັງບືນຕົວຂຶ້ນຂອງປະເທດຊາດໃຫ້ປະກົດຜົນເປັນຈິງ, ມີຫນ້າທີ່ສຳຄັນຂອງ ຫວຽດນາມ ນັ້ນແມ່ນຕ້ອງສືບຕໍ່ເອົາໃຈໃສ່ປັບປຸງລະບອບລະບຽບການ, ກົດໝາຍເພື່ອປົດປ່ອຍທັງໝົດກຳລັງການອອກແຮງງານ, ແກ້ໄຂຂໍ້ຕິດຄັດຂອງທຸກແຫລ່ງກຳລັງ, ເສີມຂະຫຍາຍທຸກຄວາມສາມາດບົ່ມຊ້ອນ, ທ່າແຮງຂອງປະເທດຊາດ, ຍາດແຍ່ງທຸກກາລະໂອກາດເພື່ອພັດທະນາ.

