ທ່ານ ໂຕເລິມ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ໄປຮອດ Sofia ເລີ່ມຕົ້ນການຢ້ຽມຢາມ ຢ່າງເປັນທາງການ(ພາບ: VOV) |
ໃນຕອນຄ່ຳວັນທີ 22 ຕຸລາ, ຕາມເວລາທ້ອງຖິ່ນ, ເຮືອບິນພິເສດພາ ທ່ານ ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ເດີນທາງໄປເຖິງສະໜາມບິນສາກົນ ໂຊເຟຍ, ເລີ່ມຕົ້ນບັນດາການເຄື່ອນໄຫວ ຢູ່ໃນຂອບເຂດແຜນການຢ້ຽມຢາມ ສາທາລະນະລັດ ບູນກາລີ ຢ່າງເປັນທາງການ ຕາມການເຊີນຂອງ ທ່ານ ປະທານນາທິບໍດີ ຣູແມນ ຣາເດບ (Rumen Radev). ໂດຍແມ່ນໜຶ່ງໃນບັນດາປະເທດທຳອິດທີ່ສ້າງຕັ້ງສາຍພົວພັນການທູດກັບຫວຽດນາມ, ແຕ່ປີ 1950, ການນຳລຸ້ນຕ່າງໆ ແລະ ປະຊາຊົນສອງປະເທດ ໄດ້ທຸ່ມເທເຫື່ອແຮງເພີ່ມພູນຄູນສ້າງ. ເດືອນສິງຫາ ປີ 1957, ປະທານ ໂຮຈີມິນ ໄດ້ເດີນທາງໄປຢ້ຽມຢາມມິດຕະພາບ ສາທາລະນະລັດ ບູນກາລີ ຢ້ຽມຢ່າງເປັນທາງການ, ສ້າງພື້ນຖານ, ເປີດໄລຍະການພັດທະນາອັນດີງາມໃນສາຍພົວພັນສອງປະເທດ.

