ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ກ່າວຄຳເຫັນທີ່ພິທີ (ພາບ:VOV) |
ເມື່ອກ່າວຄຳເຫັນທີ່ພິທີ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ສະເໜີໃຫ້ເຫຼົ່າທັບເຮືອ ກຳແໜ້ນສະພາບການ, ເປັນເສນາທິການໃຫ້ກັບພັກ, ລັດ, ອົງຄະນະພັກກອງທັບສູນກາງ, ກະຊວງປ້ອງກັນປະເທດບັນດາແຜນນະໂຍບາຍ, ວິທີທາງຮັບມື, ມາດຕະການທີ່ຖືກຕ້ອງ, ທັນການ, ປົກປັກຮັກສາເອກະລາດອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ, ທະເລ, ໝູ່ເກາະ “ແຕ່ໄວ”, “ແຕ່ໄກ”, ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບຢູ່ທະເລ ເພື່ອສ້າງສາ, ພັດທະນາປະເທດຊາດ.
ພິທີສະເຫຼີມສະຫຼອງ (ພາບ: VOV) |
ທ່ານ ເລືອງເກື່ອງ ເຊື່ອໝັ້ນວ່າ ພະນັກງານ, ນັກຮົບເຫຼົ່າທັບເຮືອ ຈະສືບຕໍ່ຮັກສາ ແລະ ເສີມຂະຫຍາຍມູນເຊື້ອ “ຕໍ່ສູ້ຢ່າງພິລະອາດຫານ; ມີຄວາມສະຫຼາດຫຼັກແຫຼມ, ປະດິດຄິດສ້າງ; ເປັນເຈົ້າເຂດທະເລ, ພ້ອມກັບທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບນຳພາປະເທດຊາດມີຄວາມໝັ້ນໃຈກ້າວເຂົ້າສູ່ສັງກາດໃໝ່, ສັງກາດພັດທະນາຢ່າງຮັ່ງມີເຂັ້ມແຂງ ແລະ ວັດທະນາຖາວອນຂອງຊາດ ຫວຽດນາມ.


