ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ(ພາບ: VOV)

ວັນທີ 20 ພະຈິກ ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດສະໜາມບິນ Las Americas, ນະຄອນຫຼວງ Santo Domingo, ເລີ່ມຕົ້ນການຢ້ຽມຢາມ ສ.ໂດມີນີກາ ຢ່າງເປັນທາງການຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ສ.ໂດມີນີກາ Luis Abinader ແລະ ພັນລະຍາ.

ພາຍຫຼັງພິທີຕ້ອນຮັບຢູ່ສະໜາມບິນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາພ້ອມກັບຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມພິທີອາໄລຫາບັນດາຜູ້ສ້າງຕັ້ງປະເທດ ສ.ໂດມີນີກາ ແລະ ໄປວາງພວງມາລາຢູ່ເຂດອະນຸສາວາລີການນຳສ້າງຕັ້ງ ປະເທດ ສ.ໂດມີນີກາຢູ່ ນະຄອນຫຼວງ Santo Domingo.

ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະກັບທ່ານປະທານາທິບໍດີ ສ.ໂດມີນີກາ Luis Rodolfo Abinader Corona ແລະ ດຳເນີນການໂອ້ລົມສົນທະນາທາງການ. ທ່ານປະທານາທິບໍດີ Luis Rodolfo Abinader Corona ຖືວ່າການຢ້ຽມຢາມ ໂດມີີນີກາ ຄັ້ງນີ້ ຂອງທ່ານນາຍົກລັດຖະມົນຕີ ມີລັກສະນະປະຫວັດສາດ, ສ້າງກຳລັງແຮງໃໝ່, ເປີດໜ້າປະຫວັດສາດໃໝ່ໃນການພົວພັນຫວຽດນາມ - ໂດມີນີກາ, ໂດມີນີກາ ປາດຖະໜາຢາກຊຸກຍູ້ຍຸດທະສາດເພີ່ມທະວີການພົວພັນທາງການທູດກັບ ຫວຽດນາມ ໂດຍໄວ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໂອ້ລົມສົນທະນາ ກັບ ທ່ານປະທານາທິບໍດີ ສ.ໂດມີນີກາ Luis Rodolfo Abinader Corona (ພາບ: VOV)

ສ່ວນທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ ຫວຽດນາມ ແລະ ສ.ໂດມີນີກາ ມີຫຼາຍຈຸດທີ່ຄ້າຍຄືກັນ: ສອງພື້ນຖານເສດຖະກິດອາດຈະໜູນຊ່ວຍເຊິ່ງກັນແລະກັນ, ຊຸກຍູ້ພ້ອມກັນພັດທະນາ; ສອງປະເທດມີພື້ນຖານວັດທະນະທຳອັນພົ້ນເດັ່ນ, ມີພູມີສາດການເມືອງທີ່ສຳຄັນຢູ່ສອງພາກພື້ນ ອາຊຽນ ແລະ ອາເມລິກາໃຕ້, ມີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ… ນີ້ແມ່ນພື້ນຖານສຳຄັນເພື່ອໃຫ້ສອງປະເທດຊຸກຍູ້ການຍົກລະດັບການພົວພັນຮ່ວມມືຂຶ້ນສູ່ລະດັບສູງໃໝ່. ທ່ານນາຍົກລັດຖະມົນຕີ ສະເໜີສອງຝ່າຍຊຸກຍູ້ການເຈລະຈາໂດຍໄວ, ມຸ່ງໄປເຖິງການເຊັນສັນຍາ 4 ສະບັບລວມມີ: ສັນຍາການຄ້າເສລີ, ສັນຍາສົ່ງເສີມ ແລະ ອາລັກຂາການລົງທຶນ, ສັນຍາກ່ຽວກັບການຮ່ວມມືດ້ານວັດທະນະທຳ, ການສຶກສາ, ບຳລຸງສ້າງ, ປະຫວັດສາດ, ພົບປະແລກປ່ຽນປະຊາຊົນ ແລະ ສັນຍາກ່ຽວກັບວິຊາເພື່ອສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ການພົວພັນແລກປ່ຽນລະຫວ່າງສອງປະເທດ.