ຕອນ​ບ່າຍ​ວັນ​ທີ 7 ເມ​ສາ, ຢູ່ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ເລືອກ​ຕັ້ງ​ທ່ານ​ນາງ ຫວໍ​ທິ​ແອັງ​ຊວັນ​ດຳ​ລົງ​ຕຳ​ແໜ່ງ​ຮອງ​ປະ​ທານ​ປະ​ເທດ. ຕາມ​ນັ້ນ​ແລ້ວ, ສະ​ພາ​ແຫ່​ງ​ຊາດ​ຕົກ​ລົງ ທ່ານ​ນາງ​ຫວໍ​ທິ​ແອັງ​ຊວັນ, ເລ​ຂາ​ສູນ​ກາງ​ພັກ, ຮອງ​ປະ​ທານ​ປະ​ເທດ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ອາ​ຍຸ​ການ 2021 – 2026 ຕາງ​ໜ້າ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ດຳ​ລົງ​ຕຳ​ແໜ່ງ​ ຮອງ​ປະ​ທານ​ປະ​ເທດ ແຫ່ງສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ອາ​ຍຸ​ການ 2026 – 2031.

ທ່ານ​ນາງ ຫວໍ​ທິ​ແອັງ​ຊວັນ​ເກີດ​ວັນ​ທີ 8 ມັງ​ກອນ 1970, ບ້ານ​ເກີດ​ຢູ່​ຕາ​ແສງ ເທີ້ຍ​ເຊີນ, ແຂວງ​ອານ​ຢາງ, ທ່ານ​ແມ່ນ​ເລ​ຂາ​ສູນ​ກາງ​ພັກ​ສະ​ໄໝ​ທີ XIV, ກຳ​ມະ​ການ​ທາງ​ກາ​ນ​ສູນ​ກາງ​ພັກສະ​ໄໝ​ທີ XII, XIII, XIV;ກຳ​ມ​ະ​ການ​ສຳ​ຮອງ​ສູນ​ກາງ​ພັກ​ຊຸດ​ທີ XI, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊ່າດ​ສະ​ໄໝ​ທີ XIV, XV, XVI.

ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ທີ 7 ເມ​ສາ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ເລືອກ​ຕັ້ງ​ທ່ານ ຫງວຽນ​ຮູຍ​ຕຽນ​ດຳ​ລົງ​ຕຳ​ແໜ່ງ​ຫົວ​ໜ້າ​ອົງ​ການ​ໄອ​ຍະ​ການ​ ​ປະ​ຊາ​ຊົນ​ສູງ​ສຸດອາ​ຍຸ​ການ 2026 – 2031.