ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງເກີດວັນ​ທີ 11 ທັນ​ວາ 1970, ບ້ານ​ເກີດ: ຕາ​ແສງ ຕື້​ໝິ, ແຂວງ​ຮ່າ​ຕິງ. ທ່ານ​ເປັນ​ກຳ​ມະ​ການ​ກົມ​ການ​ເມືອງສະ​ໄໝທີ XIII, XIV, ກຳ​ມະ​ກາ​ນ​ສູນ​ກາງ​ພັກສະ​ໄໝ​ທີ XII, XIII, XIV, ເລ​ຂາ​ສູນ​ກາງ​ພັກ​ສະ​ໄໝ​ທີ XIII, XIV, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV, XVI.

ນັບ​ແຕ່​ເດືອນເມ​ສາ 2016 - ຕຸ​ລາ 2020, ທ່ານ​ເປັນ​ຜູ້​ວ່າ​ການ​ທະ​ນາ​ຄານ​ແຫ່ງ​ລັດ ຫວຽດ​ນາມ. ນັບ​ແຕ່​ເດືອນ ຕຸ​ລາ 2020 - ມັງ​ກອນ 2021, ທ່ານ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ຫົວ​ໜ້າ​ຫ້ອງວ່າ​ການ​ສູນ​ກາງ​ພັກ.

ເດືອນ​ມັງ​ກອນ 2021 - ເດືອນ​ພຶດ​ສະ​ພາ 2024, ເລ​ຂາ​ສູນ​ກາງ​ພັກ​ສະ​ໄໝ XII ຫົວ​ໜ້າ​ຫ້ອງວ່າ​ການ ສູນ​ກາງ​ພັກ.

ແຕ່​ເດືອນ​ພຶດ​ສະ​ພາ 2024 ຫາ​ເດືອນ ມະ​ຖຸ​ນາ 2024, ທ່ານ​ເລ​ມິງ​ຮຶງ​ດຳ​ລົງ ສອງ​ຄຳ​ແໜ່ງ​ສຳ​ຄັນ​ໃນ​ອົງ​ການ​ພັກ​ສູນ​ກາງ​ແມ່ນ ຫົວ​ໜ້າ​ຄະ​ນະ​ຈັດ​ຕັງ​ສູນ​ກາງ​ ແລະ ຫົວ​ໜ້າ​ຫ້ອງວ່າ​ການ​ສູນ​ກາງ​ພັກ.

ຢູ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ, ທ່ານ​ເລ​ມິງ​ຮຶງ ໄດ້​ເລືອກ​ຕັ້ງ​ເປັນ​ກຳ​ມະ​ການ​ສູນ​ກາງ​ພັກ, ກຳ​ມະ​ການ​ກົມ​ການ​ເມືອງ ສະ​ໄໝ XIV ແລະ ໄດ້​ຮັບ​ໜ້າ​ທີ່​ເຂົ້າ​ຮ່ວມ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ​ສະ​ໄໝທີ XIV, ພ້ອມ​ທັງ​ດຳ​ລົງ​ຕຳ​ແໜ່ງ​ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ວັນ​ທີ 7 ເມ​ສາ 2026, ທ່ານ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ດຳ​ລົງ​ຕຳ​ແໜ່ງນ​ຍົກ​ລັດ​ຖະ​ມົນ​ຕີ ຈາກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI