ຕອນ​ເຊົ້າ​ວັນ​ທີ 7 ເມ​ສາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ໂດຍ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ເລືອກ​ຕັ້ງ​ດຳ​ລົງ​ຕຳແໜ່ງ​ປະ​ທານ​ປະ​ເທດ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ອາ​ຍຸ​ການ 2026 – 2031. ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ຜູ້​ມີ​ສິດ​ເລືອກ​ຕັ້ງ​ຖື​ວ່າ ຜູ້​ນຳ​ທັງ​ເປັນ​ການ​ນຳ​ສູງ​ສຸດ​ຂອງ​ພັກ, ທັງ​ເປັນ​ປະ​ມຸກ​ລັດ ຈະ​ຊ່ວຍ​ເພີ່ມ​ທະ​ວີ​ລັກ​ສະ​ນະ​ເປັນ​ເອ​ກະ​ພາບ, ຮອບ​ດ້ານ​ໃນ​ວຽກ​ງານ​ການ​ນຳ.

ທ່ານນາງ ຫງວຽນ​ທິ​ວຽດ​ງາ ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດນະ​ຄອນ ​ຫ໋າງ​ຝ່ອງ ຖື​ວ່າ ເລື່ອງ ​ທ່ານເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຮັບ​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ​ປະ​ເທດ​ແມ່ນ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ໃນ​ໄລ​ຍະ​ໃໝ່.

ກ່ອນ​ອື່ນ​ໝົດ, ພວກ​ເຮົາ​ຕ້ອງ​ຮັບ​ປະ​ກັນ​ການ​ຊີ້​ນຳ​ນຳ​ພາ​ຢ່າງ​ລຸ​ລ່ວງ, ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ມີ​ປະ​ສິດ​ທິ​ຜົນ​ສູງ​ສຸດ​ຂອງ​ພັກ​ໃນ​ທຸກວຽກ​ງານ. ທີ​ສອງ, ດ້ວຍ​ການ​ປັບ​ປຸງ​ກົງ​ຈັກ​ໃຫ້​ກະ​ທັດ​ລັດ​ລົງ ແລະ ການ​ຊີ້​ນຳ​ນຳ​ພາ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝ​ີ​ປາຍຄື​ນັ້ນ​ນັ້ນ ທຸກ​ທັດ​ສະ​ນະ, ແນວ​ທາງ​ຊີ້​ນຳ​ຂອງ​ພັກ ຈະ​ໄດ້​ຮັບ​ການ​ຫັນ​ເປັນ​ລະ​ບອບ​ລະ​ບຽບ​ການ​ ​ຢ່າງ​ທັນ​ການ ແລະ ລັດ​ຖະ​ບານ​ປະ​ຕິ​ບັດ​ຢ່າງ​ຂ້ຽວ​ຂາດ, ມີ​ປະ​ສິດ​ທິ​ຜົນ​ເພື່ອ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ, ໜ້າ​ທີ່​ໃໝ່​ໃນ​ສະ​ພາບ​ການ​ໃໝ່.

ຕາມ​ທ່ານ ເຈິ່ນ​ຮ່​ວາງ​ເງິນ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ນະ​ຄອນ​ໂຮ​ຈີ​ມິນ, ໃນ​ຄຳ​ສະ​ບານ​ຕົວເຂົ້າ​ດຳ​ລົງ​ຕຳ​ແໜ໋ງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ສະ​ແດງຄວາມ​ເຫັນ​ດີ​ເຫັນ​ພ້ອມ​ແນວ​ທາງ​ການ​ຊີ້​ນຳ​ຂອງ​ພັກ ແລະ ຢ​ຶດ​ໝັ້ນ​ເປົ້າ​ໝາຍ​ພັດ​ທະ​ນາ​ປະ​ເທດ​ຊາດ​ຕາມ​ຈິດ​ໃຈ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ນຳ​ປະ​ເທດ​ຊາດ​ພັດ​ທະ​ນາ​ໂດຍ​ໄວ ແລະ ຍື​ນ​ຍົງ.