ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VOV)

ໂຄງການກໍ່ສ້າງທ່າອາກາດສະຍານສາກົນ ລອງແທັ່ງ ລວມມູນຄ່າລົງທຶນ ກວ່າ 16 ຕື້ USD; ນີ້ແມ່ນກິດຈະກຳສະໜາມບິນໃຫຍ່ສຸດຂອງ ຫວຽດນາມ ນັບແຕ່ກ່ອນມາຮອດປັດຈຸບັນ, ໂຄງການດັ່ງກ່າວມີຄວາມໝາຍສຳຄັນເປັນພິເສດສຳລັບການພັດທະນາເສດຖະກິດສັງຄົມເຂດທາງທິດຕາເວັນອອກພາກໃຕ້ ແລະ ທົ່ວປະເທດ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ແຂວງ ດົ່ງນາຍ ວາງແຜນຜັງ, ສ້າງນະຄອນ ລອງແທ່ງ ໃຫ້ເປັນນະຄອນອັດສະລິຍະ, ທັນສະໄໝ, ເປັນນະຄອນເຊື່ອມຕໍ່ສາກົນ; ທ່ານຊີ້ນຳໃຫ້ຈັດແບ່ງ, ສະໜອງວັດສະດຸກໍ່ສ້າງ ເພື່ອໃຫ້ການກໍ່ສ້າງສຳເລັດໃນວັນທີ 31 ທັນວາ 2025.