ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບ ແລະ ເຮັດວຽກກັບວິສາຫະກິດ ຈີນ (ພາບ: VOV)

ຕອນຄ່ຳວັນທີ 09 ທັນວາ, ຢູ່ຮ່າໂນ້ຍ, ເມື່ອກ່າວຄຳເຫັນໃນການເຮັດວຽກກັບຄະນະການນຳ 18 ວິສາຫະກິດ ຈີນ, ໂດຍທ່ານ ຢວຽນເຈຍເຂືອ, ຜູ້ກໍ່ຕັ້ງກຸ່ມບໍລິສັດກໍ່ສ້າງ ຖ້າຍບິ່ງເຢືອງ ແລະ ກຸ່ມບໍລິສັດກໍ່ສ້າງ ຊູຊາງ, ນຳໜ້າ, ເຊິ່ງພວມມີການຢ້ຽມຢາມ ແລະ ສຶກສາໂອກາດຮ່ວມມື, ລົງທຶນຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ກຸ່ມບໍລິສັດຄົ້ນຄວ້າ, ເຂົ້າຮ່ວມບັນດາໂຄງການພື້ນຖານໂຄງລ່າງຢູ່ ຫວຽດນາມ. ທ່ານກໍສະເໜີໃຫ້ບັນດາວິສາຫະກິດ ຈີນ ຮ່ວມມືລົງທຶນໃນບັນດາຂົງເຂດຄື: ນະວັດຕະກຳ, ການພັດທະນາສີຂຽວ, ພະລັງງານທົດແທນ, ຕົວເມືອງ ອັດສະລິຍະ, ອຸດສາຫະກຳປຸງແຕ່ງ, ການຫັນເປັນດີຈີຕອນ, ໂດຍສະເພາະແມ່ນບັນດາຂະແໜງທີ່ຫາກໍ່ພົ້ນເດັ່ນຄື: ປັນຍາປະດິດ, ຊິບເຄິ່ງຊັກນຳໄຟຟ້າ, cloud computing, ອິນເຕີເນັດ ສັບພະສິ່ງ…

ທ່ານ ຢວຽນເຈຍເຂືອ, ຜູ້ກໍ່ຕັ້ງກຸ່ມບໍລິສັດກໍ່ສ້າງ ຖ້າຍບິ່ງເຢືອງ ແລະ ກຸ່ມບໍລິສັດກໍ່ສ້າງ ຊູຊາງ (ພາບ: TTXVN)

ສ່ວນການນຳບັນດາວິສາຫະກິດ ຈີນ ປາດຖະໜາຢາກຮ່ວມມື, ລົງທຶນຢູ່ ຫວຽດນາມ ໃນບັນດາຂົງເຂດຄື: ກໍ່ສ້າງ, ພະລັງງານ, ການຄ້າ, ອະສັງຫາລິມະຊັບ, ອຸປະກອນໄຟຟ້າ, ເອເລັກໂຕນິກ, ສິ່ງແວດລ້ອມ, ສາທາລະນະສຸກ, ຊີວະສາດ, ເຄມີ, ວັດສະດຸໃໝ່, ຜະລິດຕະພັນກະເສດ… ບັນດາວິສາຫະກິດ ຈີນ ກໍປາດຖະໜາຢາກເຂົ້າຮ່ວມບັນດາໂຄງການພື້ນຖານໂຄງລ່າງຄົມມະນາຄົມ ຢູ່ ຫວຽດນາມ; ພ້ອມທັງໃຫ້ຄຳໝັ້ນສັນຍາຮັບປະກັນຄຸນນະພາບດີທີ່ສຸດ, ລາຄາຖືກສຸດ, ມີສະຖາປັດຕະຍາກຳທີ່ສວຍງາມທີ່ສຸດ ແລະ ປະຕິບັດຄວາມຄືບໜ້າດີທີ່ສຸດ.