ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໃຫ້ການຕ້ອນຮັບການນຳກຸ່ມບໍລິສັດຜະລິດເຮືອບິນຂອງ ຈີນ (ພາບ: VGP)

ຕອນບ່າຍວັນທີ 15 ມັງກອນ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ໃຫ້ການຕ້ອນຮັບທ່ານ Tan Wangeng ຮອງປະທານສະພາບໍລິຫານກຸ່ມບໍລິສັດເຮືອບິນການຄ້າ ຈີນ (COMAC). ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຕີລາຄາສູງຜົນສຳເລັດໃນການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຢ່າງມີປະສິດທິຜົນຂອງກຸ່ມບໍລິສັດ COMAC ກໍ່ຄືປາດຖະໜາຢາກໃຫ້ທາງກຸ່ມບໍລິສັດ ຮ່ວມມືກັບບັນດາບໍລິສັດການບິນ ຂອງ ຫວຽດນາມ, ໃນນັ້ນມີບໍລິສັດການບິນ VietJet, ຊ່ວຍຫັນຖັນແຖວເຮືອບິນໃຫ້ເປັນຫຼາຍຮູບຫຼາຍແບບ, ຕອບສະໜອງອັດຕາການພັດທະນາຢ່າງໄວວາຂອງຕະຫຼາດການບິນຫວຽດນາມ. ສ່ວນທ່ານ Tan Wangeng ປາດຖະໜາຢາກຍູ້ແຮງການຮ່ວມມືກັບບັນດາຄູ່ຮ່ວມມື ຫວຽດນາມເພື່ອຫັນເປັນລະອຽດ, ຜັນຂະຫຍາຍຄວາມຮັບຮູ້ລວມ, ຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງປະເທດ.