ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກຳມາທິການ ການຕ່າງປະເທດ, ສະພາແຫ່ງຊາດ ຂອງລາຊະອານາຈັກຊູແອັດ (ພາບ: quochoi.vn) |
ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ແລະ ທ່ານ Aron Emilsson ໄດ້ຢັ້ງຢືນວ່າໃນໄລຍະຜ່ານມາການພົວພັນຮ່ວມມືໃນບັນດາຂົງເຂດ ເສດຖະກິດ - ການຄ້າ - ການລົງທຶນ, ການສຶກສາ - ບຳລຸງສ້າງ, ການພົບປະແລກປ່ຽນປະຊາຊົນລະຫວ່າງ ຫວຽດນາມ ແລະ ຊູແອັດໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ ແລະ ພັດທະນາຢ່າງດີງາມ. ສອງຝ່າຍໄດ້ເນັ້ນໜັກຄວນສືບຕໍ່ເຮັດໃຫ້ການພົວພັນນີ້ເລິກເຊິ່ງຂຶ້ນຕື່ມ, ພິເສດສຸມໃສ່ບັນດາຂົງເຂດທີ່ຍັງມີຄວາມສາມາດບົ່ມຊ້ອນ ແລະ ເປັນທ່າແຮງຂອງສອງຝ່າຍ.
ເພື່ອຍູ້ແຮງການພົວພັນຮ່ວມມືລະຫວ່າງສອງປະເທດ, ສອງສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ໄດ້ສະເໜີສືບຕໍ່ແລກປ່ຽນຄະນະຜູ້ແທນ ແລະ ການພົບປະທຸກຂັ້ນ, ພິເສດແມ່ນຂັ້ນສູງ, ເພີ່ມທະວີການຮ່ວມມືຊ່ອງທາງພັກ, ລັດ, ສະພາແຫ່ງຊາດ ແລະ ລັດຖະບານເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ສ້າງກຳລັງໜູນໃນການຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ແຕກຕ່າງກັນ.

