ທ່ານປະທານາທາບໍດີ ບຸນກາຣີ ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN) |
ທີ່ການພົບປະ, ທ່ານປະທານາທິບໍດີ Rumen Radev ສະແດງຄວາມຊົມເຊີຍຕໍ່ປະເທດຊາດ ແລະ ຊາວຫວຽດນາມ ກ່ຽວກັບບັນດາຜົນສຳເລັດທີ່ບັນລຸໄດ້ໃນພາລະກິດແຫ່ງການປ່ຽນແປງໃໝ່, ພັດທະນາເສດຖະກິດ - ສັງຄົມ, ໃນນັ້ນມີການປະກອບສ່ວນຂອງຊາວຫວຽດນາມ ດ້ວຍຄວາມຮູ້, ເຕັກນິກ ແລະ ປະສົບການທີ່ມີເມື່ອຄາວເຮັດວຽກ,ດຳລົງຊີວິດ ແລະ ຮ່ຳຮຽນຢູ່ ບູນກາຣີ.
ທ່ານ ປະທານາທິບໍດີ Rumen Radev ໃຫ້ຮູ້ວ່າ ການຢ້ຽມຢາມຂອງທ່ານໄດ້ດຳເນີນໃນສະພາບການ ບຸນກາຣີ ແລະ ຫວຽດນາມ ພວມມຸ່ງໄປເຖິງການການສະເຫຼີມສະຫຼອງ ປະຫວັດສາດ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1950- 2025), ດ້ວຍການພົວພັນຮ່ວມມືຢ່າງບໍ່ຢຸດຢັ້ງ. ທ່ານປະທານາທິບໍດີ Rumen Radev ຕີລາຄາວ່າ ສອງປະເທດມີຄວາມສາມາດບົ່ມຊ້ອນທີ່ໃຫຍ່ຫຼວງທີ່ສຸດໃນການຮ່ວມມືບາງຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຄື: ການຄ້າ,ການລົງທຶນ, ພະລັງງານ, ເຕັກນິກ, ການບໍລິການກໍ່ສ້າງ, ເຕັກໂນໂລຢີຂໍ້ມູນຂ່າວສານ, ການທ່ອງທ່ຽວ, ກະສິກຳ, ການຢາ… ໃນນັ້ນ, ຄະນະຜູ້ແທນຂັ້ນສູງບຸນກາຣີ ມາຢ້ຽມຢາມ ຫວຽດນາມ ລວມມີ ລັດຖະມົນຕີສາມທ່ານ, ຜູ້ວ່າການແຂວງຂອງ 2 ແຂວງ ແລະ ຜູ້ຕາງໜ້າບັນດາບໍລິສັດແຖວໜ້າ ຂອງ ບູນກາຣີ.

