ທ່ານປະທານາທິບໍດີ ລັດເຊຍ Vladimir Putin ກັບ ທ່ານປະທານາທິບໍດີ ກາຊັກສະຖານ Kassym-Jomart Tokayev (ພາບ: TTXVN)

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຕີລາຄາວ່າ ການພົວພັນ ລັດເຊຍ - ກາຊັກສະຖານ ພວມພັດທະນາຕາມທິດຂະຫຍັນຂັນເຄື່ອນ ແລະ ດີງາມທີ່ສຸດ. ລັດເຊຍ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືດ້ານເສດຖະກິດ ແລະ ການຄ້າໃຫຍ່ທີ່ສຸດຂອງ ກາຊັກສະຖານ ດ້ວຍວົງເງິນການຄ້າປີ 2023 ບັນລຸ 28,4 ຕື້ USD ແລະ ວົງເງິນການຄ້າລະຫວ່າງສອງປະເທດໃນ 9 ເດືອນຕົ້ນປີ 2024 ບັນລຸກ່ວາ 20 ຕື້ USD. ທ່ານປະທານາທິບໍດີ Vladimir Putin ເຊື່ອໝັ້ນວ່າ ການຢ້ຽມຢາມ ກາຊັກສະຖານ ໃນຄັ້ງນີ້ຈະປະກອບສ່ວນພັດທະນາການພົວພັນຮ່ວມມືໃນຫຼາຍດ້ານລະຫວ່າງ ລັດເຊຍ ແລະ ກາຊັກສະຖານໃຫ້ຫຼາຍກ່ວາອີກ.

ສ່ວນທ່ານປະທານາທິບໍດີ ກາຊັກສະຖານ Kassym-Jomart Tokayev ຕີລາຄາວ່າການພົວພັນສອງປະເທດ “ພວມພັດທະນາຕາມທິດດີຂຶ້ນ ແລະ ມີບັນດາກຳລັງໜູນພັດທະນາທີ່ບໍ່ສາມາດຕ່າວປີ້ນໄດ້”. ທ່ານປະທານາທິບໍດີ ກາຊັກສະຖານ Kassym-Jomart Tokayev ຖືວ່າ ສອງຝ່າຍຄວນມີບັນດາມາດຕະການເພີ່ມທະວີ ການຮ່ວມມືໃນຂົງເຂດເສດຖະກິດ - ການຄ້າ ແລະ ການລົງທຶນໃຫ້ຫຼາຍກ່ວາອີກ.