(ພາບ: VOV)

ບັນດາພັກຝ່າຍໃນດູມາແຫ່ງຊາດ (ສະພາຕ່ຳ) ລັດເຊຍ ລ້ວນແຕ່ສະໜັບສະໜູນການພັດທະນາການພົວພັນກັບ ຫວຽດນາມ. ທ່ານ Vyacheslav Volodin ປະທານດູມາແຫ່ງຊາດ ລັດເຊຍ ໄດ້ຢັ້ງຢືນຄືດັ່ງກ່າວ ໃນການຕ້ອນຮັບທ່ານເລຂາທິການໃຫ່ຍ ໂຕເລິມ ເມື່ອຕ່ອນເຊົ້າວັນທີ 10 ພຶດສະພາຢູ່ ມົດສະກູ ເນື່ອງໃນໂອກາດທ່ານໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ.

ທ່ານ Vyacheslav Volodin ປະທານດູມາແຫ່ງຊາດ ລັດເຊຍ ໄດ້ເນັ້ນໜັກວ່າ ການຢ້ຽມຢາມຄັ້ງນີ້ ຂອງທ່ານເລຂາທິການໃຫ່ຍ ໄດ້ປະກອບສ່ວນເຮັດໃຫ້ການພົວພັນທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສະຫະພັນ ລັດເຊຍ ແລະ ຫວຽດນາມ ເລິກເຊິ່ງຂຶ້ນຕື່ມ ໃນນັ້ນ ມີການຮ່ວມມືລັດຖະສະພາ.

ສ່ວນທ່ານເລຂາທິການໃຫ່ຍ ໂຕເລິມ ໄດ້ຕີລາຄາບັນດາການປະກອບສ່ວນອັນຕັ້ງໜ້າຂອງດູມາແຫ່ງຊາດ ລັດເຊຍ ໃຫ້ແກ່ການພົວພັນລັດຖະສະພາ ຫວຽດນາມ-ລັດເຊຍ. ທ່ານຢຶນຢັນວ່າ ຫວຽດນາມ ຖືເປັນສຳຄັນພິເສດ ແລະ ປາດຖະໜາຢາກພັດທະນາການພົວພັນກັບ ລັດເຊຍ ໃນນັ້ນ ຊ່ອງລັດຖະສະພາສວມບົດບາດສຳຄັນອັນແທດຈິງ ເພື່ອຊຸກຍູ້ ແລະ ຕິດຕາມກວດກາບັນດາຂໍ້ຕົກລົງລະຫວ່າງລັດຖະບານ.

ການນຳສອງທ່ານເຫັນດີເປັນເອກະສັນ ສອງຝ່າຍສືບຕໍ່ຍູ້ແຮງການແລກປ່ຽນບົດຮຽນປະສົບການດ້ານນິຕິບັນຍັດ; ສ້າງກອບນິຕິກຳໃຫ້ສຳເລັດ; ຊຸກຍູ້ແກ້ໄຂບັນດາຮົ້ວກີດຂວາງດ້ານລະບຽບການ, ສ້າງເງື່ອນໄຂສະດວກໃຫ້ພົນລະເມືອງສອງປະເທດທີ່ດຳລົງຊີວິດ ຮ່ຳຮຽນ ແລະ ເຮັດວຽກຢູ່ເຂດດິນແດນຂອງກັນ.