ທ່ານປະທານປະເທດ ເລືອງເກື່ອງລົງຢ້ຽມຢາມ, ອວຍພອນບຸນເຕັດທະຫານເຂດ 9 (ພາບ: VOV)

ໂດຍຕາງໜ້າການນຳພັກ, ລັດ, ທ່ານປະທານປະເທດ ເລືອງເກື່ອງ ຊີ້ແຈ້ງວ່າ ປີ 2025 ແມ່ນປີທີ່ມີຄວາມໝາຍສຳຄັນພິເສດຕໍ່ປະເທດຊາດ, ປີທີ່ມີຫຼາຍເຫດການການເມືອງໃໝ່, ປີ “ເພີ່ມຄວາມໄວ, ບຸກທະລຸ, ກ້າວເຖິງຈຸດໝາຍ”, ສູ້ຊົນບັນລຸ ແລະ ລື່ນກາຍບັນດາເປົ້າໝາຍ, ດັດຊະນີໂດຍ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກຳນົດ, ນຳປະເທດກ້າວເຂົ້າສູ່ສັງກາດໃໝ່ຢ່າງໝັ້ນໃຈ. ທ່ານປະທານປະເທດ ສະເໜີກອງບັນຊາການທະຫານເຂດ 9 ບໍ່ປະໃຫ້ຕົກເຂົ້າສູ່ທ່າຮັບ, ຕົກສະເຫງີ້ໃນທຸກກໍລະນີ; ປະຕິບັດສຳເລັດທຸກບົດບາດໜ້າທີ່ຂອງກອງທັບສູ້ຮົບ, ກອງທັບປະຕິບັດງານ, ກອງທັບອອກແຮງງານທຳການຜະລິດ. ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ເລືອງເກືອງໄດ້ລົງຢ້ຽມຢາມ, ອວຍພອນບຸນເຕັດຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ອານຢາງ.