ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ (ພາບ: ສະພາແຫ່ງຊາດ)

ວັນທີ 21 ພະຈິກ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ພັກ, ລັດ ຫວຽດນາມ ເດີນທາງອອກຈາກຮ່າໂນ້ຍ, ໄປຍັງລາຊະອານະຈັກ ກຳປູເຈຍ, ເຂົ້າຮ່ວມກອງປະຊຸມຄົບຄະນະຄັ້ງທີ 12 ຂອງກອງປະຊຸມສາກົນບັນດາພັກການເມືອງ ອາຊີ (ICAPP) ແລະ ກອງປະຊຸມຄົບຄະນະຄັ້ງທີ 11 ຂອງລັດຖະສະພາສາກົນ ເພື່ອ ການໃຫ້ອະໄພ ແລະ ສັນຕິພາບ (IPTP) ໃນລະຫວ່າງວັນທີ 21 – 24 ພະຈິກ. ການຢ້ຽມຢາມໄດ້ຢັ້ງຢືນນະໂຍບາຍການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ13 ຂອງພັກ, ໃນນັ້ນໃຫ້ບຸລິມະສິດຢູ່ລະດັບສູງສຳລັບການພົວພັນ "ຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ" ກັບກຳປູເຈຍ, ສືບຕໍ່ນຳການພົວພັນ ຫວຽດນາມ - ກຳປູເຈຍເຂົ້າສູ່ໄລຍະພັດທະນາໃໝ່.

ເລື່ອງທ່ານປະທານສະພາແຫ່ງຊາດເຈິ່ນແທັງເໝິ້ນ ເຂົ້າຮ່ວມກອງປະຊຸມຄົບຄະນະຄັ້ງທີ 12 ຂອງ ICAPP ເພື່ອແນໃສ່ຍູ້ແຮງການເຂົ້າຮ່ວມປະກອບສ່ວນຢ່າງຕັ້ງໜ້າຂອງພັກກອມມູນິດ ຫວຽດນາມ ຢູ່ ICAPP, ຊຸກຍູ້ການພົວພັນກັບບັນດາພັກການເມືອງອາຊີ, ປະກອບສ່ວນເຂົ້າໃນບັນດາບັນຫາລວມຂອງພາກພື້ນ, ເພີ່ມທະວີການພົວພັນລະຫວ່າງພັກກອມມູນິດ ຫວຽດນາມ ກັບພັກປະຊາຊົນກຳປູເຈຍ. ທ່ານປະທານສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມຄົບຄະນະຄັ້ງທີ 11 ຂອງ IPTP ດ້ວຍຖານະເປັນແຂກຖືກເຊີນຂອງປະເທດເຈົ້າພາບ, ເພື່ອແນໃສ່ສະແດງການສະໜັບສະໜູນ ແລະ ຄວາມເຈດຕະນາດີສຳລັບປະເທດເຈົ້າພາບກຳປູເຈຍ, ເປັນຕົ້ນແມ່ນໃນອາຍຸການ ກຳປູເຈຍແມ່ນປະທານ IPTP.

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ແລະ ທ່ານນາງປະທານສະພາແຫ່ງຊາດ ກຳປູເຈຍ Samdech Khuon Sudary ຖ່າຍຮູບກ່ອນດຳເນີນກອງປະຊຸມພົບປະສອງຝ່າຍ (ພາບ: VOV)
ຮອດເວລາ 14 ໂມງ 30 ນາທີ ຂອງວັນທີ 21 ພະຈິກ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງພັກ, ລັດ ຫວຽດນາມ ເດີນທາງມາຮອດນະຄອນຫຼວງ ພະນົມເປັນ, ເລີ່ມຕົ້ນການຢ້ຽມຢາມລາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ.