ພາບປະກອບ: VOV |
ໃນຂອບເຂດການຢ້ຽມຢາມ ຍີ່ປຸ່ນຢ່າງເປັນທາງການ, ຕອນເຊົ້າວັນທີ 6 ທັນວາ, ຢູ່ນະຄອນຫຼວງ ໂຕກຽວ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ໃຫ້ການຕ້ອນຮັບທ່ານປະທານຄະນະບໍລິຫານງານສູນກາງພັກກອມມູນິດ ຍີ່ປຸ່ນ Shii Kazuo.
ແລກປ່ຽນກ່ຽວກັບບັນດາການຮ່ວມມືໃນໄລຍະຜ່ານມາ, ທ່ານປະທານສະພາແຫ່ງຊາດເຈິ່ນແທັງເໝິນ ໄດ້ສະເໜີພັກກອມມູນິດ ຍີ່ປຸ່ນ ສືບຕໍ່ມີສຽງເວົ້າກັບລັດຖະບານໃນການເພີ່ມທະວີການຊຸກຍູ້, ການເພີ່ມະວີການພົວພັນຮ່ວມມືຢ່າງແທດຈິງ ໃນບັນດາຂົງເຂດ, ສືບຕໍ່ສະໜັບສະໜູນຫຼັກໝັ້ນຂອງ ຫວຽດນາມ ໃນບັນຫາທະເລຕາເວັນອອກ, ສະໜັບສະໜູນແກ້ໄຂບັນດາຂໍ້ຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານປະຕິບັດຕາມກົດໝາຍສາກົນ.
ສ່ວນປະທານຄະນະບໍລິຫານງານສູນກາງພັກກອມມູນິດ ຍີ່ປຸ່ນ Shii Kazuo ຢັ້ງຢືນ ພັກກອມມູນິດ ຍີ່ປຸ່ນ ຍາມໃດກໍ່ຖືພັກກອມມູນິດ ຫວຽດນາມ ເປັນເພື່ອນມິດ, ຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈທີ່ສຸດ, ເປີດອົກເປີດໃຈ; ທ່ານປາດຖະໜາຢາກສືບຕໍ່ພັດທະນາການພົວພັນອັນດີງາມລະຫວ່າງສອງພັກ.

