ການເຮັດວຽກລະຫວ່າງສອງຝ່າຍ (ພາບ: VOV)

ໃນຂອບເຂດການຢ້ຽມຢາມຍີ່ປຸ່ນໃນລະຫວ່າງວັນທີ 3 – 7 ທັນວາ, ຕອນເຊົ້າວັນທີ 4 ທັນວາ, ຢູ່ນະຄອນຫຼວງ ໂຕກຽວ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ມີການເຮັດວຽກກັບສະຫະພັນບັນດາອົງການຈັດຕັ້ງເສດຖະກິດຍີ່ປຸ່ນ (Keidanren) ໂດຍສອງທ່ານປະທານຮ່ວມຂອງຄະນະກຳມະການເສດຖະກິດ ຍີ່ປຸ່ນ - ຫວຽດນາມ ຂອງ Keidanren ເປັນປະທານ.

ທ່ານ Fujimoto Masayoshi ປະທານຄະນະກຳມະການເສດຖະກິດ ຍີ່ປຸ່ນ - ຫວຽດນາມຂອງ Keidanren ຢັ້ງຢືນວ່າປະຊາຄົມວິສາຫະກິດຍີ່ປຸ່ນຈະສືບຕໍ່ປະກອບສ່ວນໃຫ້ແກ່ການພັດທະນາການພົວພັນຍີ່ປຸ່ນ - ຫວຽດນາມໃນຫຼາຍຂົງເຂດ. ຂໍ້ລິເລີ່ມລວມຂອງ ຍີ່ປຸ່ນ - ຫວຽດນາມ ໄດ້ຮັບການຜັນຂະຫຍາຍແຕ່ປີ 2003 ແມ່ນຄວາມມານະພະຍາຍາມທີ່ຍາວນານເພື່ອແນໃສ່ສ້າງພື້ນຖານໃຫ້ແກ່ການພົວພັນຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ.

ສ່ວນທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ປາດຖະໜາຢາກວິສາຫະກິດແລະ ທ້ອງຖິ່ນສອງຝ່າຍເພີ່ມທະວີການຮ່ວມມືໃນບັນດາຂົງເຂດເພື່ອໃຫ້ການພົວພັນເສດຖະກິດ ຫວຽດນາມ - ຍີ່ປຸ່ນ ສືບຕໍ່ແມ່ນຈຸດພົ້ນເດັ່ນໃນການພົວພັນສອງຝ່າຍ.

ທ່ານປະທານສະພາແຫ່ງຊາດສະແດງຄວາມປາດຖະໜາຢາກສືບຕໍ່ຮ່ວມມື ແລະ ຖ່າຍທອດບັນດາເຕັກໂນໂລຢີໃນຂົງເຂດຄົມມະນາຄົມຂອງຍີ່ປຸ່ນເພື່ອໃຫ້ຫວຽດນາມ ພັດທະນາລະບົບຄົມມະນາຄົມຢ່າງຄົບຊຸດເພື່ອຮັບໃຊ້ປະຊາຊົນ ແລະ ພັດທະນາເສດຖະກິດ. ໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ສັກຂີພິຍານພິທີມອບເອກະສານຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ວິສາຫະກິດສອງປະເທດ.ແລະກໍ່ໃນຕອນເຊົ້າວັນທີ 4 ທັນວາ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນໄດ້ໃຫ້ການຕ້ອນຮັບທ່ານ Ohno Keiji ປະທານບໍລິສັດຈຳກັດ Aeon Mall ຢູ່ຍີ່ປຸ່ນ.