ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ຖ່າຍຮູບເປັນທີ່ລະນຶກກັບການນຳກຸ່ມບໍລິສັດ (ພາບ: VOV)

ຕອນເຊົ້າວັນທີ 5 ທັນວາ, ໃນຂອບເຂດການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ, ຢູ່ນະຄອນ ໂຕກຽວ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ໃຫ້ການຕ້ອນຮັບທ່ານ Nomoto Hirofumi ປະທານສະພາບໍລິຫານກຸ່ມບໍລິສັດ Tokyu. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຕີລາຄາສູງການປະກອບສ່ວນສຳຄັນຂອງກຸ່ມບໍລິສັດ Tokyu ເຂົ້າໃນການພັດທະນາໂຄງການ ສ້າງນະຄອນ ບິ່ງເຢືອງ ອັດສະລິຍະ. ທ່ານປະທານສະພາແຫ່ງຊາດ ກໍສະເໜີໃຫ້ກຸ່ມບໍລິສັດ ສືບຕໍ່ໜູນຊ່ວຍແຂວງ ບິ່ງເຢືອງ ຍູ້ໄວຄວາມຄືບໜ້າປະຕິບັດບັນດາໂຄງການພື້ນຖານໂຄງລ່າງ, ຄົມມະນາຄົມ; ເປີດກວ້າງການລົງທຶນໄປຍັງແຂວງອື່ນໆຂອງ ຫວຽດນາມ.

ສ່ວນທ່ານປະທານກຸ່ມບໍລິສັດ Tokyu ກໍລາຍງານໃຫ້ທ່ານປະທານສະພາແຫ່ງຊາດຮັບຊາບກ່ຽວກັບໝາກຜົນການຮ່ວມມືດຳເນີນທຸລະກິດຂອງກຸ່ມບໍລິສັດຢູ່ ບິ່ງເຢືອງ. ໂດຍມີປະສົບການໃນຂົງເຂດພັດທະນາຕົວເມືອງມາເປັນເວລາ 50 ປີ, ທ່ານປະທານກຸ່ມບໍລິສັດ Tokyu ປາດຖະໜາ ຢາກແບ່ງປັນບົດຮຽນປະສົບການຂອງທ່ານ ແລະ ຂອງກຸ່ມບໍລິສັດເພື່ອເປີດກວ້າງບັນດາການເຄື່ອນໄຫວລົງທຶນໃນຂົງເຂດພື້ນຖານໂຄງລ່າງຕົວເມືອງຢູ່ ຫວຽດນາມ ເວົ້າລວມ ແລະ ແຂວງ ບິ່ງເຢືອງ ເວົ້າສະເພາະ.

ເລຕວຽດ